ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ ຍັງມີຄວາມສາມາດບົ່ມຊ້ອນພັດທະນາ
ກປ.ອອນໄລ - ວັນທີ 2 ຕຸລາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໊ງ ໄດ້ຕ້ອນຮັບທ່ານ Stephan Weil ຜູ້ວ່າການລັດ Lower Saxony ຂອງເຢຍລະມັນ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຊົມເຊີຍຜູ້ວ່າການລັດ Lower Saxony ພ້ອມດ້ວຍຄະນະຜູ້ແທນວິສາຫະກິດ ເປັນຄັ້ງທໍາອິດທີ່ມາຢ້ຽມຢາມຫວຽດນາມ ໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ ພັດທະນາຢ່າງຕັ້ງໜ້າ ແລະຍັງມີຄວາມສາມາດບົ່ມຊ້ອນພັດທະນາໃນຫຼາຍຂົງເຂດຮ່ວມມື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ່າກັບ ເຢຍລະມັນ ເວົ້າລວມ ແລະກັບລັດ Lower Saxony ເວົ້າສະເພາະ; ຕີລາຄາສູງຄວາມສາມາດບົ່ມຊ້ອນຮ່ວມມືກັບເຢຍລະມັນ ແລະລັດ Lower Saxony; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືດ້ານການເມືອງ-ການທູດ, ການຄ້າ-ການລົງທຶນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບໍາລຸງສ້າງວິຊາຊີບ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ເພື່ອແນໃສ່ນໍາເອົາຜົນປະໂຫຍດມາໃຫ້ແຕ່ລະປະເທດ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Stephan Weil ຜູ້ວ່າການລັດ Lower Saxony ຂອງເຢຍລະມັນ. ພາບ: ເຢືອງຢາງ. |
ທ່ານ ຟ້າມມິງຈີ້້ງ ສະເໜີໃຫ້ອໍານາດການປົກຄອງລັດ Lower Saxony ສົ່ງເສີມບັນດາວິສາຫະກິດຂອງລັດດັ່ງກ່າວ ເຂົ້າມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະແມ່ນຄວາມຕ້ອງການຂອງສອງຝ່າຍ, ຄື: ເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກໍຢັ້ງຢືນວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສະໜັບສະໜູນ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເຢຍລະມັນ ມາຊອກຫາໂອກາດຮ່ວມມື, ເພີ່ມທະວີການເຄື່ອນໄຫວດໍາເນີນທຸລະກິດ, ລົງທຶນຢູ່ຫວຽດນາມ ບົນເນື້ອໃນຈິດໃຈຮ່ວມມືຍາວນານ, ມີຄວາມກົມກຽວດ້ານຜົນປະໂຫຍດ.
ສ່ວນທ່ານ Stephan Weil ກໍຢັ້ງຢືນວ່າ ອໍານາດການປົກຄອງ ແລະປະຊາຄົມວິສາຫະກິດລັດ Lower Saxony ຕີລາຄາສູງຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງຝ່າຍ; ປາດຖະໜາຢາກສ້າງຕັ້ງການພົວພັນ, ແລກປ່ຽນຄະນະຜູ້ແທນ ແລະສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຂອງຫວຽດນາມ. ທ່ານ Stephan Weil ເຫັນດີເປັນເອກະພາບຕໍ່ການຕີລາຄາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່ຽວກັບຂົງເຂດຮ່ວມມືບຸລິມະສິດ ເຊິ່ງ ປະເທດເຢຍລະມັນ ເວົ້າລວມ, ເວົ້າສະເພາະແມ່ນລັດ Lower Saxony ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ໂດຍສະເພາະແມ່ນໃນຂົງເຂດການຄ້າ-ການລົງທຶນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນ, ບຳລຸງກໍ່ສ້າງຜູ້ອອກແຮງງານໃຫ້ມີສີມືແຮງງານ, ການທ່ອງທ່ຽວ...; ຢັ້ງຢືນວ່າຈະມານະພະຍາຍາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ເຢຍລະມັນ-ຫວຽດນາມ ໃຫ້ນັບມື້ນັບພັດທະນາທີ່ແທດຈິງ ແລະມີປະສິດທິຜົນ.
ໂດຍ: ໄຊຊະນະ