leftcenterrightdel
ພິທີຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເພີ່ມທະວີການຢ້ຽມຢາມ ແລະການພົບປະຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ; ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ10 ຕື້ໂດລາສະຫະລັດ ໃນປີ 2025 ແລະ 15 ຕື້ ໂດລາສະຫະລັດ ໃນປີ 2030.

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍບຣາຊິນ ສ້າງເງື່ອນໄຂເພີ່ມທະວີການນຳເຂົ້າສິນຄ້າປະເພດຕ່າງໆຂອງຫວຽດນາມ, ປະກອບສ່ວນສ້າງຄວາມດຸ່ນດ່ຽງດ້ານການຄ້າລະຫວ່າງສອງປະເທດ; ເຮັດສຳເລັດຂັ້ນຕອນປະເທດບຣາຊິນ ຮັບຮອງເອົາກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ. ສອງຝ່າຍຍັງເຫັນດີເປັນເອກະພາບຊຸກຍູ້ການລົງນາມໃນສັນຍາຫຼີກລ້ຽງການເກັບພາສີຊ້ອນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Luiz Inacio Lula da Silva ປະທານາທິບໍດີບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ

ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບກັນໃນບັນດາກົນໄກ ແລະການເຄື່ອນໄຫວຫຼາຍຝ່າຍ ເຊິ່ງສອງຝ່າຍເຂົ້າຮ່ວມ; ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນອາດຊະຍາກຳຂ້າມຊາດ, ກິລາ,  ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ການພັດທະນາສີຂຽວ, ພະລັງງານທົດແທນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື້ອເພີງຊີວະວິທະຍາ, ອະນຸລັກຮັກສາລະບົບນິເວດ ແລະຊີວະນາໆພັນໃນປ່າເຂດຮ້ອນ, ການຮ່ວມມືປົກປັກຮັກສາລະບົບນິເວດແມ່ນ້ຳຂອງ-ແມ່ນ້ຳອາເມຊອນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີເປັນເອກະພາບແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ້ງສາກົນ ແລະການຂັດແຍ້ງລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໂດຍສັນຕິວິທີ, ບໍ່ນໍາໃຊ້ກຳລັງອາວຸດ ຫຼືນາບຂູ່ການນໍາໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ ແລະລັດຖະທໍາມະນູນຂອງສະຫະປະຊາຊາດ. ຝ່າຍບຣາຊິນ ສະໜັບສະໜູນຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ແລະ ທ່ານ Lula da Silva ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈິ໊ງ ແລະທ່ານ Lula da Silva ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະອົງການຂອງສອງປະເທດ.

ໂດຍ: ທູຈາງ