leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ  Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດການປົກຄອງປະຊາຊົນກູບາ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຈົດຈຳ ແລະຮູ້ບຸນຄຸນການສະໜັບສະໜູນຂອງກູບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືອາລົມຈິດເປັນພິເສດຂອງຜູ້ນຳກູບາ Fidel Castro ທີ່ສະຫງວນໃຫ້ແກ່ຫວຽດນາມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກູບາ.

ສ່ວນທ່ານ Esteban Lazo Hernandez ຢັ້ງຢືນວ່າ: ກູບາ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນ ທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານກັບຫວຽດນາມ  ເຊິ່ງແມ່ນການພົວພັນເປັນແບບຢ່າງໃນໂລກ ເລິກເຊິ່ງກ່ວາອີກ, ທ່ານ Esteban Lazo Hernandez ສະແດງຄວາມປາດຖະໜາຢາກຖອດຖອນບົດຮຽນຈາກຫວຽດນາມ ໃນການຄຸ້ມຄອງວິສາຫະກິດຂະໜາດໜ້ອຍ, ຫວັງວ່າ ບັນດາວິສາຫະກິດຫວຽດນາມ ຈະເຂົ້າມາລົງທຶນຫຼາຍກວ່າອີກ ຢູ່ກູບາ ໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ການນໍາສອງປະເທດໄດ້ເປັນເອກະພາບນໍາກັນໂດຍຖືວ່າ ເລື່ອງສອງປະເທດພ້ອມກັນຈັດຕັ້ງເຫດການປະຫວັດສາດ ສະເຫຼີມສະຫຼອງ 50 ປີແຫ່ງການຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຂອງຜູ້ນຳກູບາ Fidel Castro ໄດ້ສະແດງໃຫ້ເຫັນຄວາມເຄົາລົບຕໍ່ບັນດາມໍລະດົກໂດຍປະທານ ໂຮ່ຈີມິນ, ຜູ້ນຳ Fidel ແລະການນຳ, ປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ ໄດ້ສ້າງຂຶ້ນໃຫ້ສາຍພົວພັນ ຫວຽດນາມ - ກູບາ. ພັກ, ລັດຫວຽດນາມ ແລະກູບາ ຈະສືບຕໍ່ສຶກສາອົບຮົມຄົນຮຸ່ນໜຸ່ມສອງປະເທດ ເພື່ອແນໃສ່ຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບຖານອ້າຍນ້ອງ ແລະການຮ່ວມມືແບບພິເສດ ຫວຽດນາມ-ກູບາ.

ໂດຍ: ທູຈາງ