ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບປະທານພັກຄອມມູນິດບຣາຊິນ
ກປ.ອອນໄລ - ວັນທີ 23 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນໄປແຕ່ວັນທີ 23 - 26 ກັນຍາ ຕາມຄຳເຊີນຂອງທ່ານ Lula da Silva ປະທານາທິບໍດີບຣາຊິນ.
ຕອນບ່າຍວັນທີ 24 ກັນຍາ, ທ່ານ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Luciana Santos ປະທານພັກ ແລະບັນດາສະມາຊິກການນຳພັກຄອມມູນິດບຣາຊິນ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ແຈ້ງໃຫ້ບັນດາສະມາຊິກຄະນະການນຳພັກຄອມມູນິດບຣາຊິນ ຮັບຊາບກ່ຽວກັບແຜນນະໂຍບາຍ ແລະທິດທາງຂອງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດຄັ້ງທີ 13 ຂອງພັກຄອມມູນິດຫວຽດນາມ. ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຢຶດໝັ້ນຕໍ່ແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພ້ອມກັນນັ້ນແມ່ນປະຕິບັດນະໂຍບາຍປ້ອງກັນຊາດ “ສີ່ບໍ່”.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Luciana Santos ປະທານພັກຄອມມູນິດບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ຄວາມສາມັກຄີສາກົນ ແລະເຊີດຊູລັດທິຫຼາຍຝ່າຍ, ໃນນັ້ນມີຍູ້ແຮງການຮ່ວມມືກັບພັກຄອມມູນິດບຣາຊິນ. ທ່ານ ຟ້າມມິງຈິ໊ງ ຫວັງວ່າ ທ່ານນາງ Luciana Santos ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະຊຸກຍູ້ການຮ່ວມມືກັບ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະປະທານພັກຄອມມູນິດບຣາຊິນ ໄດ້ແລກປ່ຽນມາດຕະການປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດໃນທຸກຂົງເຂດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຮັກສາ ແລະຍົກລະດັບການຮ່ວມມືລະຫວ່າງສອງພັກ.
ໂດຍ: ທູຈາງ