leftcenterrightdel
ກອງປະຊຸມສະພາຜູ້ວ່າການ IAEA ເດືອນກັນຍາ 2023. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມຄັ້ງທີ 67, ສະມັດຊາໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຈະດຳເນີນຢູ່ນະຄອນຫຼວງວຽນ, ໂອຕາລິດ, ນັບແຕ່ວັນທີ 25-29 ກັນຍາ ຈະມາເຖິງ. ກ່ອນໜ້ານັ້ນ, ນັບແຕ່ວັນທີ 11-15 ກັນຍາ, ສະພາຜູ້ວ່າການ IAEA ໄດ້ຈັດກອງປະຊຸມປະຈຳໄລຍະຄັ້ງທີ 3.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການຫວຽດນາມ ປະຈຳ IAEA, ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍຢ່າງສີ້ນເຊີງ, ຍົກສູງສິດຂອງບັນດາປະເທດທີ່ນຳໃຊ້ພະລັງງານ ແລະໝູນໃຊ້ເຕັກໂນໂລຢີນິວເຄຼຍເພື່ອຈຸດປະສົງສັນຕິພາບບົນພື້ນຖານກົດໝາຍສາກົນ ແລະພັນທະທີ່ມີຕໍ່ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT); ສະເໜີ IAEA ສືບຕໍ່ເພີ່ມທະວີການໜູນຊ່ວຍ, ຮ່ວມມືດ້ານເຕັກນິກກັບຫວຽດນາມ ໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈ.

ຢູ່ນອກກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ຈັດງານລ້ຽງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍ ແລະການໃຫ້ການຮ່ວມມືຂອງເພື່ອນມິດສາກົນໃນໄລຍະດຳລົງບົດບາດເປັນສະມາຊິກສະພາຜູ້ວ່າການ IAEA.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ