ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ພົບປະກັບມົງກຸດລາຊະກຸມມານ ແລະເຈົ້າຍິງຍີ່ປຸ່ນ
ກປ.ອອນໄລ - ຕອນເຊົ້າວັນທີ 21 ກັນຍາ, ຢູ່ທຳນຽບປະທານປະເທດ, ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບມົງກຸດລາຊະກຸມມານຍີ່ປຸ່ນ Akishino ແລະເຈົ້າຍິງ Kiko ພວມມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາງຮອງປະທານປະເທດ ໄດ້ມີການພົບປະກັບອົງມົງກຸດລາຊະກຸມມານ ແລະເຈົ້າຍິງ.
ທີ່ການພົບປະ, ທ່ານນາງຮອງປະທານປະເທດ ແລະມົງກຸດລາຊະກຸມມານ ຍີ່ປຸ່ນ Akishino ໄດ້ຫວນຄືນປະຫວັດສາດການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ; ສະແດງຄວາມເພິ່ງພໍໃຈ ແລະປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໃນຕະຫຼອດ 50 ປີຜ່ານມາໃນຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ...
    |
 |
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຖ່າຍຮູບກັບມົງກຸດລາຊະກຸມມານຍີ່ປຸ່ນ Akishino ແລະເຈົ້າຍິງ Kiko ພ້ອມກັບຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຫວຽດນາມ ໃນພາລະກິດພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ ແລະເປີດກວ້າງໄປສູ່ບັນດາຂົງເຂດໃໝ່ ຄື: ການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະສະບຽງອາຫານ...
ມົງກຸດລາຊະກຸມມານ Akishino ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາກະໂດດຂັ້ນ ແລະຜົນງານທີ່ຫວຽດນາມ ບັນລຸໄດ້ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດໃນໄລຍະຜ່ານມາ; ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມ ຂອງຍີ່ປຸ່ນ; ຢືນຢັນຈະສືບຕໍ່ມານະພະຍາຍາມເພື່ອການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ໂດຍ: ທະນາພອນ