leftcenterrightdel
ສະມາຊິກລັດຖະສະພາ - ລັດຖະມົນຕີ Iqbalur Rahim ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນສາກົນ Hazrat Shahjalal, ນະຄອນຫຼວງ Dhaka. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທີ່ຈັດຂຶ້ນຢ່າງສົມກຽດ ຢູ່ຫໍສະພາແຫ່ງຊາດບັງກລາເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ດໍາເນີນການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ Shirin Sharmin Chaudhury.

ທີ່ການພົບປະເຈລະຈາ, ການນຳສອງທ່ານ ຢັ້ງຢືນຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ບັງກລາເທດ, ຕີລາຄາວ່າການພົວພັນລະຫວ່າງສອງປະເທດມີພື້ນຖານໝັ້ນແກ່ນແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ອາລົມຈິດສະໜິດຕິດພັນລະຫວ່າງການນຳຫຼາຍລຸ້ນຄົນ ແລະປະຊາຊົນສອງປະເທດ, ພ້ອມທັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືທີ່ສາມາດເພີ່ມເຕີມ ແລະໜູນຊ່ວຍໃຫ້ກັນ. ບົນຈິດໃຈນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບບາງທິດທາງໃຫຍ່ແນໃສ່ນຳການພົວພັນຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ແລກປ່ຽນກ່ຽວກັບມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ການນຳສອງທ່ານຍິນດີປະກາດວ່າເລື່ອງສອງຝ່າຍໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ບັງກລາເທດ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບ ບັງກລາເທດ-ຫວຽດນາມ ແນໃສ່ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ ແລະແບ່ງປັນບົດຮຽນຂອງສະມາຊິກລັດຖະສະພາສອງປະເທດ.

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ ແລະບັນດາກົນໄກໂດຍອາຊຽນຊັກຈູງ, ໂດຍຖືວ່າ  ຫວຽດນາມ ແລະບັງກລາເທດ ລ້ວນແຕ່ເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025, ສອງປະເທດຈະມີກາລະໂອກາດຫຼາຍເພື່ອພ້ອມກັນແລກປ່ຽນ, ຊຸກຍູ້ການຮ່ວມມືໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີເນື້ອໃນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ.

ໂດຍ: ເຈິ່ນຮວ່ຽນ