ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ, ເພື່ອຮັບມືກັບບັນດາສິ່ງທ້າທາຍລວມທີ່ໃຫຍ່ທີສຸດໃນປັດຈຸບັນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ບຸລິມະສິດໃຫຍ່ຂອງກອງປະຊຸມສະມັດຊາສະຫະປະຊາຊາດ ຄັ້ງທີ 78, ໃນນັ້ນມີການປັບປຸງສັນຕິພາບໂດຍຜ່ານການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື, ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງບັນດາປະເທດໃຫຍ່, ຊຸກຍູ້ຄວາມສາມັກຄີ, ລັດທິຫຼາຍຝ່າຍ, ປະຕິຮູບລະບອບລະບຽບການການເງິນສາກົນຕາມທິດຍຸຕິທຳກວ່າ, ຕັດສິນໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃຫ້ປະກົດຜົນເປັນຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ.

leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ພົບປະກັບທ່ານ Dennis Francis ປະທານສະມັດຊາສະຫະປະຊາຊາດ ຄັ້ງທີ 78. ພາບ: baochinhphu.vn

ທ່ານ  Dennis Francis ໄດ້ຕີລາຄາສູງບົດບາດຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະຖານະບົດບາດນັບມື້ນັບສູງຂຶ້ນຂອງຫວຽດນາມ, ໃນນັ້ນມີການເຂົ້າຮ່ວມຮັກສາສັນຕິພາບ ສປຊ. ທ່ານ Dennis Francis ຖືວ່າ: ຫວຽດນາມ ມີຜົນງານຫຼາຍຢ່າງໃນການຊ່ວຍປະຊາຊົນພົ້ນອອກຈາກຄວາມທຸກຍາກ ແລະພັດທະນາປະເທດ, ສາມາດແບ່ງປັນກັບໂລກ, ພ້ອມກັນຊຸກຍູ້ການຮ່ວມມືປະຕິບັດ SDGs, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານ Dennis Francis ເຫັນດີຈະຮ່ວມມືພ້ອມກັບຫວຽດນາມ ເພື່ອຊຸກຍູ້ການປະຕິບັດກົດບັດສະຫະປະຊາຊາດ, ກົດໝາຍສາກົນ ແລະລັດທິຫຼາຍຝ່າຍ.

ໂດຍ: ທະນາພອນ