leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຮຽກຮ້ອງໃຫ້ປະຊາຄົມສາກົນມານະພະຍາຍາມເຄື່ອນໄຫວ ເພື່ອໃຫ້ລຸ້ນຄົນໃນອະນາຄົດບໍ່ຕ້ອງຮັບໄພພິບັດຈາກໂລກລະບາດ, ມີວິທີເຂົ້າເຖິງ ແລະບັນດາມາດຕະການທີ່ມີລັກສະນະທົ່ວໂລກ ແລະທົ່ວປວງຊົນ.  ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ບຸລິມະສິດແກ່ການເພີ່ມທະວີຄວາມສາມາດເຂົ້າເຖິງວັກຊິນຢ່າງທັນການ ແລະສະເໝີພາບ; ຍົກສູງຄວາມສາມາດປິ່ນປົວ, ຄາດຄະເນ, ເຕັກໂນໂລຊີ, ຄວາມປອດໄພ, ປະສິດທິຜົນ, ຍູ້ແຮງການຖ່າຍທອດເຕັກໂນໂລຊີ, ຍົກສູງຄວາມສາມາດຜະລິດວັກຊິນ, ຢາປິ່ນປົວ ແລະໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດພວມພັດທະນາ, ດ້ອຍພັດທະນາຢ່າງມີປະສິດທິຜົນ.   

ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມຕໍ່ເນື້ອໃນຖະແຫຼງການການເມືອງກ່ຽວກັບການກຽມພ້ອມຮັບມື ແລະປ້ອງກັນ, ຕ້ານໂລກລະບາດ, ໃນນັ້ນ, ຕົກລົງຈະຈັດກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການກຽມພ້ອມຮັບມື ແລະປ້ອງກັນ, ຕ້ານໂລກລະບາດໃນປີ 2026 ເພື່ອຕີລາຄາຮອບດ້ານກ່ຽວກັບການຜັນຂະຫຍາຍຖະແຫຼງການດັ່ງກ່າວ.

ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ກໍ່ໄດ້ຕ້ອນຮັບ ແລະປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ໃຫ້ແກ່ທ່ານນາງ Aurelia Nguyen, ຜູ້ອຳນວຍການຍຸດທະສາດໂຄງການສະຫະພັນທົ່ວໂລກກ່ຽວກັບ ວັກຊິນ ແລະການຊັກຢາກັນພະຍາດ.

ໂດຍ: ທະນາພອນ