ທ່ານ ຫງວຽນຝູຈ້ອງ ຊົມເຊີຍທ່ານ Anthony Albanese ແລະຄະນະຜູ້ແທນຂັັ້ນສູງອົດສະຕາລີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023). ທ່ານເລຂາທິການໃຫຍ່ ຢັ້ງຢືນການຖືເປັນສຳຄັນຂອງຫວຽດນາມ ຕໍ່ກັບການພົວພັນຫວຽດນາມ-ອົດສະຕາລີ, ຕີລາຄາສູງການພັດທະນາຢ່າງແຂງແຮງ, ແທດຈິງ ແລະຮອບດ້ານຂອງການຮ່ວມມືລະຫວ່າງສອງຝ່າຍໃນຊຸມປີຜ່ານມາ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ແລະອົດສະຕາລີ ແມ່ນສອງປະເທດຢູ່ພາກພື້ນອາຊີ-ປາຊີຟິກ, ມີຄວາມຄ້າຍຄືກັນຫຼາຍຢ່າງ. ຜ່ານ 50 ປີ, ການພົວພັນສອງປະເທດໄດ້ເປີດກວ້າງ ແລະເຂົ້າສູ່ລວງເລິກທັງການພົວພັນດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ, ການສຶກສາ-ກໍ່ສ້າງ ແລະການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ. ພິເສດ, ການພົບປະແລກປ່ຽນປະຊາຊົນສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີໃນຂະນະທີ່ປະຈຸບັນມີຊາວຫວຽດນາມ 300 ພັນຄົນພວມດຳລົງຊີວິດ, ເຮັດວຽກຢູ່ອົດສະຕາລີ, ໃນນັ້ນມີນັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ອົດສະຕາລີ ນັບຫຼາຍພັນຄົນ. ບົນພື້ນຖານສຳຄັນດັ່ງກ່າວພ້ອມກັບຄວາມສາມາດໃນການຮ່ວມມື, ການພົວພັນສອງປະເທດມີແງ່ຫວັງພັດທະນາອັນດີງາມໃນໄລຍະຈະມາເຖິງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese. ພາບ: ຕ໊ວນຮຸຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese, ໂດຍສະເພາະແມ່ນການພົບປະເຈລະຈາ, ການພົບປະຂອງທ່ານນາຍົກລັດຖະມົນຕີ ກັບການນຳຫວຽດນາມ ແລະບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ລະຫວ່າງສອງປະເທດໃນການຢ້ຽມຢາມ. ທ່ານເລຂາທິການໃຫຍ່ ສະແດງຄວາມເຫັນດີຕໍ່ກັບບັນດາທິດທາງພັດທະນາການພົວພັນ, ໃນນັ້ນມີເລື່ອງນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ການຮ່ວມມືທີ່ດີກວ່າອີກ ແລະຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ແຈ້ງໃຫ້ຊາບດ້ວຍຄວາມປິຕິຊົມຊື່ນກ່ຽວກັບບັນດາເນື້ອໃນແລກປ່ຽນທີ່ມີຄວາມອຸດົມສົມບູນ, ເລິກເຊິ່ງເຖິງຖອງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະການນຳຫວຽດນາມ, ບັນດາຂໍ້ຕົກລົງທີ່ບັນລຸໄດ້ຢູ່ຂັ້ນສູງ ແລະລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ, ສະແດງຄວາມເຊື່ອໝັ້ນກ່ຽວກັບແງ່ຫວັງພັດທະນາຂອງການພົວພັນ, ຄວາມປາດຖະໜາຢາກນຳການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ທັດສະນະຂອງອົດສະຕາລີ ກ່ຽວກັບຄວາມສຳຄັນຂອງການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕຂອງບັນດາປະເທດ, ການພົວພັນທີ່ສະເໝີພາບ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ; ໂດຍເນັ້ນໜັກວ່າ ນະໂຍບາຍຂອງລັດຖະບານອົດສະຕາລີ ແລະແນວທາງທີ່ເປັນມູນເຊື້ອຂອງພັກແຮງງານແມ່ນຖືເປັນສຳຄັນການຊຸກຍູ້ການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ແສງເດືອນ