ປະທານສະພາແຫ່ງຊາດ ເຂົ້າຮ່ວມລາຍການສະແດງສິລະປະ “ສະຫງ່າງາມປະເທດ ຫວຽດນາມ”
ຕອນຄ່ຳວັນທີ 3 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມລາຍການສະແດງສິລະປະ “ສະຫງ່າງາມປະເທດ ຫວຽດນາມ” ໂດຍໜັງສືພິມຜູ້ແທນປະຊາຊົນ ເປັນເຈົ້າພາບຈັດຂຶ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງໃຫ້ປະຊາຊົນແຂ່ງຂັນຮັກຊາດ (ວັນທີ 11 ມິຖຸນາ 1948 – ວັນທີ 11 ມິຖຸນາ 2023).
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະຜູ້ແທນເຂົ້າຮ່ວມລາຍການ. ພາບ: vov.vn |
ຄຳຮຽກຮ້ອງໃຫ້ປະຊາຊົນແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໄດ້ລະດົມກຳລັງໃຈ, ຮຽກຮ້ອງທົ່ວພັກ, ປະຊາຊົນທຸກຊັ້ນວັນນະ ເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ, ເຈດຈຳນົງເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງຜົນງານທີ່ສະຫງ່າອົງອາດ. ການແຂ່ງຂັນໄດ້ກາຍເປັນກຳລັງໜູນເພື່ອນຳການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.
75 ປີຜ່ານມາ, ພັກ ແລະປະຊາຊົນໄດ້ໝູນໃຊ້ແນວຄິດແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໃນແຕ່ລະໄລຍະການປະຕິວັດ; ປຸກລະດົມຫຼາຍຂະບວນການແຂ່ງຂັນຮັກຊາດ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນບັນດາຂົງເຂດຂອງຊີວິດ, ສັງຄົມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ