ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການຮ່ວມມືຫຼາຍດ້ານ
ກປ.ອອນໄລ - ວັນທີ 3 ມິຖຸນາ, ຢູ່ລາວກາຍ, ກຸ່ມສະມາຊິກລັດຖະສະພາ ມິດຕະພາບຫວຽດນາມ-ຍີ່ປຸ່ນ ໄດ້ຈັດກອງປະຊຸມຄັ້ງທີ 3.
ທ່ານນາງ ເຈືອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຕີລາຄາຜົນການເຄື່ອນໄຫວແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ແລະປຶກສາຫາລື, ຮັບຮອງເອົາແຜນການເຄື່ອນໄຫວໃນຊຸມເດືອນທ້າຍປີ ແລະການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດສອງປະເທດ; ຊອກຮູ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລາວກາຍ ແລະກາລະໂອກາດລົງທຶນ ແລະສົ່ງເສີມການຄ້າສອງຝ່າຍ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: laocaitv.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກັບ ຍີ່ປຸ່ນ ແລະຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະຍາວນານ. ການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ທ່ານນາງ ເຈືອງທິມາຍ ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະພ້ອມກັນມານະພະຍາຍາມຍົກສູງປະສິດທິຜົນການຮ່ວມມືລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາ ຍີ່ປຸ່ນ ກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຢ່າງເລິກເຊິ່ງ ກວ້າງຂວາງ.
ໂດຍ: ທະນາພອນ