ຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ກ່ຽວກັບດິນຟ້າອາກາດ ແລະສິ່ງແວດລ້ອມ
ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ ແລະຄວາມຮັບຜິດຊອບຂອງຫວຽດນາມ.
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ນໍາໂດຍ ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຊີວະພາບສາກົນ Nevsky ຄັ້ງທີ 10 ຢູ່ນະຄອນ Saint Peterburg, ສະຫະພັນລັດເຊຍ, ແຕ່ວັນທີ 24 – 27 ພຶດສະພາ.
    |
 |
ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ວາລະຄົບຄະນະກອງປະຊຸມໃຫຍ່ຊີວະພາບສາກົນ Nevsky ຄັ້ງທີ 10 ຢູ່ນະຄອນ Saint Peterburg. ພາບ: VOV |
ວັນທີ 26 ພຶດສະພາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນສາກົນແກ້ໄຂບັນດາສິ່ງທ້າທາຍຮ້າຍແຮງທົ່ວໂລກກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມ, ສະພາບຫຼຸດລົງຂອງລະບົບຊີວະພາບ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ບັນດາລັດຖະສະພາ ເພີ່ມທະວີການກວດກາ ແລະສ້າງສຳເລັດກອບກົດໝາຍແຫ່ງຊາດ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງ ແລະປະຕິບັດບັນດານະໂຍບາຍຫັນປ່ຽນພື້ນຖານເສດຖະກິດຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ຖືການຫັນປ່ຽນຮູບແບບການພັດທະນາແບບຍືນຍົງເປັນພື້ນຖານ, ຮັບປະກັນເລື່ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງບັນດາປະເທດ, ຫຼຸດຜ່ອນອາຍພິດເຮືອນແກ້ວ ແລະມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນອາຍພິດໃຫ້ເປັນສູນ, ເໝາະສົມກັບກຳລັງຄວາມສາມາດ, ລະດັບການພັດທະນາຂອງແຕ່ລະປະເທດ.
ຢູ່ນອກກອງປະຊຸມ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ Valentina Matviyenko, ປະທານສະພາສູງ ສະຫະພັນລັດເຊຍ; ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint Petersburg.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ