leftcenterrightdel
ທ່ານ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາງ Samdech Kittisangahapundit Men Sam An. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງຕໍ່ການເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະກຳປູເຈຍ; ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ບຳລຸງສ້າງຊັບພະຍາກອນມະນຸດ, ການພົບປະແລກປ່ຽນປະຊາຊົນ; ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ການເຊື່ອມຕໍ່ຄົມມະນາຄົມ...

ທ່ານນາຍົກລັດຖະມົນຕີ ຕີລາຄາສູງບົດບາດຂອງທ່ານນາງຮອງນາຍົກລັດຖະມົນຕີ Men Sam An ໃນຖານະຕໍາແໜ່ງການນໍາພັກ ແລະອໍານາດການປົກຄອງ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ, ຄວາມສາມັກຄີສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ; ຫວັງວ່າ ທ່ານນາງຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງເຂົ້າໃນການຍູ້ແຮງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຕື່ມອີກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ຊົມເຊີຍບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ແລະຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ; ທ່ານນາງ ໃຫ້ວ່າ ໃນຖານະຕຳແໜ່ງຂອງຕົນ, ຈະສືບຕໍ່ມານະພະຍາຍາມ, ປະກອບສ່ວນກໍ່ສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນການພັດທະນາເສດຖະກິດ; ຮັບມືກັບບັນດາບັນຫາ ແລະສິ່ງທ້າທາຍໃໝ່; ຕໍ່ສູ້ກັບບັນດາອິດທິກຳລັງປໍລະປັກ, ກົນອຸບາຍແບ່ງແຍກຄວາມສາມັກຄີ ຫວຽດນາມ - ກຳປູເຈຍ ແລະບັນດາຜົນແຫ່ງການປະຕິວັດຂອງແຕ່ລະປະເທດ.

ໂດຍ: ທະນາພອນ