ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ
ກປ.ອອນໄລ - ວັນທີ 26 ພຶດສະພາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາສູງ ອາເມລິກາ ນໍາໂດຍທ່ານ Mike Crapo ສະມາຊິກສະພາສູງ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ, ຕີລາຄາສູງເລື່ອງໃນໄລຍະຜ່ານມາສອງຝ່າຍຮັກສາໄດ້ບັນດາການພົບປະຂັ້ນສູງ, ພິເສດແມ່ນການສົນທະນາທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີ ອາເມລິກາ Joe Biden.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Mike Crapo ສະມາຊິກສະພາສູງ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ ແລະບຳລຸງສ້າງ, ...; ທ່ານ ສະເໜີໃຫ້ບັນດາສະມາຊິກສະພາສູງສະໜັບສະໜູນເລື່ອງ ອາເມລິກາ ເປີດກວ້າງຕະຫຼາດ, ຈຳກັດການສືບສວນຕ້ານການຂາຍບຸບລາຄາ, ບັນດາມາດຕະການປ້ອງກັນດ້ານການຄ້າຕໍ່ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່ ແລະສະຫງວນແຫຼ່ງກຳລັງໃຫ້ແກ່ການຮ່ວມມືກັບ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ອາເມລິກາ.
ບັນດາສະມາຊິກສະພາສູງ ອາເມລິກາ ສະແດງຄວາມສະໜັບສະໜູນຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ”, ເຄົາລົບເອກະລາດ, ອະທິປະໄຕ ແລະລະບອບລະບຽບການການເມືອງຂອງຫວຽດນາມ; ແລະໃຫ້ຮູ້ຈະມານະພະຍາຍາມ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ: ມີປະສິດທິຜົນ, ປາດຖະໜາຢາກພັດທະນາການພົວພັນດ້ານການຄ້າ ແລະການລົງທຶນຢ່າງແຮງ, ສະໜັບສະໜູນການເຈລະຈາສັນຍາການຄ້າສອງຝ່າຍ ແລະຫຼາຍຝ່າຍ ເຊິ່ງສອງປະເທດເປັນສະມາຊິກ. ບັນດາສະມາຊິກສະພາສູງ ຢືນຢັນສະໜັບສະໜູນທັດສະນະຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.
ໂດຍ: ທະນາພອນ