ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະບັນດາສະມາຊິກສະພາສູງອາເມລິກາ ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບສູງໃນຫຼາຍບັນຫາ, ໃນນັ້ນມີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ແມ່ນຈຸດເດັ່ນໃນການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ແລະທ່ານ Mike Carpo. ພາບ: ຢຸຍລິງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນຮັກສາການພົວພັນດ້ານການຄ້າ ໃຫ້ເປັນປົກກະຕິ, ຍາວນານລະຫວ່າງສອງປະເທດ; ສືບຕໍ່ສ້າງຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ, ຄື: ປາຈາ, ກຸ້ງ, ການນຳເຂົ້າໝາກໄມ້; ສະເໜີໃຫ້ ອາເມລິກາ ຮັບຮອງລະບຽບຂໍ້ກຳນົດເສດຖະກິດການຕະຫຼາດຂອງຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຊົມເຊີຍສອງຝ່າຍໄດ້ສົມທົບກັນໃນຂອບເຂດປຶກສາຫາລືກ່ຽວກັບຂໍ້ລິເລີ່ມໃນຂອບເຂດເສດຖະກິດມະຫາສະໝຸດອິນເດຍ - ປາຊີຟິກ (IPEF); ສະເໜີອາເມລິກາ ເອົາໃຈໃສ່ຮ່ວມມືດ້ານເຕັກນິກ ແລະສ້າງຄວາມສາມາດໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ ແລະທັງໃນວິວັດການປຶກສາຫາລື ກໍ່ຄືໃນການປະຕິບັດຂໍ້ຕົກລົງທີບັນລຸໄດ້ ໃນຂອບເຂດ IPEF.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຢຸຍລິງ

ສ່ວນທ່ານ Mike Carpo ສະມາຊິກສະພາສູງ ໃຫ້ຮູ້ວ່າ ຈະສົ່ງສານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຖິງປະທານາທິບໍດີອາເມລິກາ, ສະພາແຫ່ງຊາດ ອາເມລິກາ ແລະບັນດານັກເຈລະຈາຂອງອາເມລິກາ ເມື່ອເຕື້ອງເຖິງເລື່ອງອາເມລິກາ ສືບຕໍ່ເຂົ້າຮ່ວມຮັບປະກັນເຂົ້າເຖິງຕະຫຼາດ ແລະເຈລະຈາບັນດາສັນຍາການຄ້າເສລີ, ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ບັນດາສັນຍາການຄ້າສອງຝ່າຍ…

ໂດຍ: ທະນາພອນ