ເຂົ້າຮ່ວມພິທີສະເຫຼີມສະຫຼອງມີຜູ້ຕາງໜ້າສະຖານທູດຂອງບັນດາປະເທດອາຟະລິກາ ປະຈຳຫວຽດນາມ, ຄື: ເອຢິບ, ອານເຊຣີ, ອັງໂກລາ, ລີບີ, ໂມຊຳບິກ, ໂມຣັອກໂກ, ອາຟະລິກາໃຕ້, ນີເຊຣີ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມຫງອັກ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງວັນອາຟະລິກາ ຫ່າງຈາກນີ້ 60 ປີ, ຄື ວັນທີ 25 ພຶດສະພາ 1963, ອົງການເອກະພາບອາຟະລິກາ (OAU), ຕົ້ນກໍາເນີດຂອງສະຫະພັນອາຟະລິກາ (AU) ໃນປະຈຸບັນໄດ້ຮັບການສ້າງຕັ້ງຂຶ້ນ; ທ່ານເຊື່ອໝັ້ນວ່າ ໃນອະນາຄົດອັນໃກ້ນີ້, ອາຟະລິກາ ຈະກາຍເປັນໜຶ່ງໃນບັນດາການເຕີບໂຕໃໝ່ຂອງເສດຖະກິດໂລກ.

leftcenterrightdel
ທ່ານ ຮ່າກິມຫງອັກ ຮອງລັດຖະມົນຕີການຕ່າງປະເທດ ແລະເອກອັກຄະລັດຖະທູດບັນດາປະເທດອາຟະລິກາ ປະຈໍາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນອາຟະລິກາ 2023 ຢູ່ຮ່າໂນ້ຍ. ພາບ: baoquocte.vn

ກ່ຽວກັບການພົວພັນສອງຝ່າຍ, ທ່ານ ຮ່າກິມຫງອັກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟະລິກາ. ທ່ານ ຮ່າກິມຫງອັກ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາປະເທດອາຟະລິກາ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ...; ເປັນຂົວເຊື່ອມຕໍ່ໃຫ້ແກ່ການຮ່ວມມືລະຫວ່າງ AU ແລະປະຊາຄົມເສດຖະກິດພາກພື້ນ (RECs) ກັບ ອາຊຽນ ແລະປາດຖະໜາຢາກໃຫ້ບັນດາປະເທດອາຟະລິກາ ສືບຕໍ່ສະໜັບສະໜູນຄວາມເອົາໃຈໃສ່, ຜົນປະໂຫຍດອັນຊອບທຳຂອງຫວຽດນາມ; ສອງຝ່າຍສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ອົງການບໍ່ຮ່ວມກຸ່ມ...

ສ່ວນທ່ານ Jamale Chouaibi ເອກອັກຄະລັດຖະທູດ ໂມຣັອກໂກ ປະຈຳ ຫວຽດນາມ, ຕາງໜ້າໃຫ້ກຸ່ມເອກອັກຄະລັດຖະທູດ ອາຟະລິກາ ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດອາຟະລິກາ ນັບມື້ນັບໄດ້ຮັບການພັດທະນາ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທະນາຄານ, ການຫັນເປັນດີຈີຕອນ... ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ແມ່ນແບບຢ່າງພັດທະນາໃຫ້ແກ່ຫຼາຍປະເທດໃນອາຟະລິກາ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າສຳຄັນຂອງອາຟະລິກາ ດ້ວຍວົງເງິນການຄ້າບັນລຸກ່ວາ 7 ຕື້ໂດລາສະຫະລັດ ໃນປີກາຍ.

ໂດຍ: ທະນາພອນ