ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ພວມກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ວາງເປົ້າໝາຍນຳຫວຽດນາມ ກາຍເປັນປະເທດພວມພັດທະນາ, ອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງໃນປີ 2030 ແລະເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ຫວຽດນາມ ພວມສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດແມ່ນປັບປຸງລະບອບລະບຽບການ, ພັດທະນາຊັບພະຍາກອນມະນຸດ ແລະສ້າງໂຄງປະກອບພື້ນຖານໂຄງລ່າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Karan Adani, ຜູ້ອຳນວຍການໃຫຍ່ບໍລິສັດທ່າກໍາປັ່ນ ແລະເຂດເສດຖະກິດພິເສດ, ຂຶ້ນກັບກຸ່ມບໍລິສັດ Adani (ອິນເດຍ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Karan Adani, ຜູ້ອໍານວຍການໃຫຍ່ບໍລິສັດທ່າກໍາປັ່ນ ແລະເຂດເສດຖະກິດພິເສດ Adani ສະແດງຄວາມນິຍົມນັບຖືຕໍ່ວິໄສທັດ, ຍຸດທະສາດພັດທະນາປະເທດຂອງຫວຽດນາມ; ທ່ານ ໃຫ້ຮູ້ວ່າ Adani ສົນໃຈ ແລະສະຫງວນເວລາຊອກຮູ້, ຄົ້ນຄວ້າ, ຕີລາຄາກາລະໂອກາດ ແລະຕັດສິນໃຈ, ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ, ບໍ່ພຽງແຕ່ໃນຂົງເຂດທ່າກຳປັ່ນ, logistics ເທົ່ານັ້ນ ຫາກຍັງໃນຂົງເຂດພະລັງງານ, ເຕັກໂນໂລຢີດີຈີຕອນ. ໃນນັ້ນ, Adani ປາດຖະໜາຢາກສ້າງລະບົບນິເວດທ່າກຳປັ່ນຕາມທິດຫັນເປັນສີຂຽວ ແລະລົງທຶນໂຮງງານໄຟຟ້າແຮງລົມ, ໄຟຟ້າແສງຕາເວັນຢູ່ຫວຽດນາມ, ດ້ວຍຍອດຈຳນວນທຶນປະມານ 10 ຕື້ໂດລາສະຫະລັດ, ເໝາະສົມກັບຍຸດທະສາດພັດທະນາຂອງຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ກຸ່ມບໍລິສັດ Adani ສືບຕໍ່ຄົ້ນຄວ້າໂຄງການລົງທຶນຕ່າງໆຢູ່ຫວຽດນາມ, ພ້ອມທັງນຳໜ້າໃນການສົ່ງເສີມບັນດານັກລົງທຶນ ອິນເດຍ ມາຫວຽດນາມ; ຫວັງວ່າ ກຸ່ມບໍລິສັດ Adani ຈະສົມທົບກັບຄູ່ຮ່ວມມືຫວຽດນາມ ຢ່າງມີປະສິດທິຜົນ ເພື່ອມີບັນດາໝາກຜົນແທດຈິງໃນການເຄື່ອນໄຫວລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Karan Adani, ຜູ້ອຳນວຍການໃຫຍ່ບໍລິສັດທ່າກໍາປັ່ນ ແລະເຂດເສດຖະກິດພິເສດ, ຂຶ້ນກັບກຸ່ມບໍລິສັດ Adani (ອິນເດຍ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Karan Adani ເຫັນດີກັບຄຳເຫັນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ; ທ່ານ ໃຫ້ຮູ້ວ່າ ຈະເລີ່ມດຳເນີນ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມມືຂອງຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຢ່າງລະອຽດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ຄືດັ່ງ ທ່ານນາຍົກລັດຖະມົນຕີ ໄດ້ປາດຖະໜາ.

ໂດຍ: ແສງເດືອນ