ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບປະທານາທິບໍດີບາງປະເທດ
ກປ.ອອນໄລ - ໃນຂອບເຂດກອງປະຊຸມສຸດຍອດ G7 ເປີດກວ້າງ, ວັນທີ 21 ພຶດສະພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Lula da Silva ປະທານາທິບໍດີ ບຣາຊິນ ແລະທ່ານ Volodymyr Oleksandrovych Zelensky ປະທານາທິບໍດີ ຢູແກຣນ.
ທີ່ການພົບປະກັບປະທານາທິບໍດີ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣາຊິນ, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ບຣາຊິນ ສະໜັບສະໜູນ, ຊຸກຍູ້ດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR); ສືບຕໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ ສປຊ, WTO ແລະເວທີປາໄສຫຼາຍຝ່າຍອື່ນໆ ເຊິ່ງສອງຝ່າຍເປັນສະມາຊິກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອເພີ່ມທະວີການພົວພັນລະຫວ່າງອາຊຽນ ແລະບຣາຊິນ ດ້ວຍບົດບາດເປັນຄູ່ຮ່ວມມືຕາມຂົງເຂດ, ລະຫວ່າງອາຊຽນ ແລະກຸ່ມ MERCOSUR.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Lula da Silva ປະທານາທິບໍດີ ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານປະທານາທິບໍດີ Lula da Silva ກໍ່ສະແດງຄວາມຊົມເຊີຍຜົນງານຂອງຫວຽດນາມ ໃນການຟື້ນຟູເສດຖະກິດ-ສັງຄົມ; ທ່ານສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນທຸກດ້ານຢ່າງແທດຈິງ, ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ກະສິກຳ, ການພົບປະແລກປ່ຽນປະຊາຊົນ, ການປະສານສົມທົບທີ່ບັນດາອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍ.
ທີ່ກອງປະຊຸມປຶກສາຫາລື “ມຸ່ງໄປສູ່ໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບທ່ານ Volodymyr Oleksandrovych Zelensky ປະທານາທິບໍດີ ຢູແກຣນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Volodymyr Oleksandrovych Zelensky ປະທານາທິບໍດີ ຢູແກຣນ. ພາບ: baochinhphu. |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ກ່ຽວກັບການປະທະກັນຢູ່ ຢູແກຣນ ໃນປະຈຸບັນ, ຫວຽດນາມ ຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈະຢຸດຕິການປະທະກັນໂດຍໄວ, ດຳເນີນການເຈລະຈາຄືນໃໝ່, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ. ຫວຽດນາມ ໄດ້ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນ ຢູແກຣນ ແລະພ້ອມແລ້ວທີ່ຈະໜູນຊ່ວຍຝ່າຍຕ່າງໆ ໃນການຊອກຫາວິທີແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະເຄົາລົບຜົນປະໂຫຍດອັນຊອບທຳຂອງຝ່າຍຕ່າງໆ.
ທ່ານປະທານາທິບໍດີ Volodymyr Oleksandrovych Zelensky ໄດ້ແບ່ງປັນຕໍ່ຄວາມເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ໂດຍສະແດງຄວາມຊົມເຊີຍຕໍ່ຫຼັກໝັ້ນ ແລະການໜູນຊ່ວຍດ້ານມະນຸດສະທຳຂອງຫວຽດນາມ, ເຫັນດີເປັນເອກະພາບຈະມີມາດຕະການເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ