leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ພາບ: ສໍານັກຂ່າວສານຫວຽດນາມ

*ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ສູ້ຊົນເຮັດໃຫ້ວົງເງິນການຄ້າສອງຝ່າຍບັນລຸ 10 ຕື້ໂດລາສະຫະລັດ; ເພີ່ມທະວີໜູນຊ່ວຍການພັດທະນາ, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ການພົບປະແລກປ່ຽນປະຊາຊົນ; ສະເໜີ ການາດາ ຮ່ວມມືໃນຂົງເຂດໃໝ່, ຄື: ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ການປ່ຽນແປງໃໝ່ປະດິດຄິດສ້າງ; ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມ ສົ່ງອອກໄປຍັງຕະຫຼາດການາດາ ຫຼາຍກວ່າອີກ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: ສໍານັກຂ່າວສານຫວຽດນາມ

*ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້, ເສີມຂະຫຍາຍບັນດາກົນໄກປຶກສາຫາລື, ການເຈລະຈາ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າໄດ້ປຽບ, ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທີ່ບັນດາເວທີປາໄສສາກົນ ແລະໃນພາກພື້ນ. ພ້ອມທັງ, ນາຍົກລັດຖະມົນຕີ ສອງທ່ານ ກໍ່ຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນ, ເຄົາລົບກົດໝາຍສາກົນ; ສ້າງເງື່ອນໄຂແກ້ໄຂການແກ່ງແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: ສໍານັກຂ່າວສານຫວຽດນາມ

*ທີ່ການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າ, ດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ. ສ່ວນທ່ານປະທານາທິບໍດີ Joe Biden ໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວ່າງແລ້ວນີ້. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ Joe Biden ໄດ້ປຶກສາຫາລືບາງມາດຕະການຊຸກຍູ້ການພົວພັນສອງປະເທດ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຈາງຫງວຽນ