leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Mohammed Ismaeil A. Dahlwy ເອກອັກຄະລັດຖະທູດ ຊາອຸດິ ອາຣາເບຍ ເນື່ອງໃນໂອກາດທີ່ທ່ານທູດ ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ. ພາບ: baoquocte.vn

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານ M. Dahlwy ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ ບັນລຸໄດ້ບາດກ້າວພັດທະນາໃໝ່, ພິເສດແມ່ນພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຖິງ ຊາອຸດິ ອາຣາເບຍ ໃນປີ 2023 ແລະ 2024.

ທ່ານລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ, ຫວຽດນາມ ຕີລາຄາສູງບົດບາດ ແລະຖານະທີ່ຕັ້ງຂອງ ຊາອຸດິ ອາຣາເບຍ ຢູ່ພາກພື້ນ ແລະໃນໂລກ, ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຊາອຸດິ ອາຣາເບຍ ທີ່ບັນດາເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນຜ່ານບັນດາຂອບເຂດ, ຄື: ສະພາຮ່ວມມືເຂດອ່າວ (GCC) ແລະອາຊຽນ.

ສ່ວນທ່ານ M. Dahlwy ເນັ້ນໜັກວ່າ, ພະມະຫາກະສັດ, ເຈົ້າຊາຍ ແລະບັນດາການນຳຂັ້ນສູງ ຊາອຸດິ ອາຣາເບຍ ຖືເປັນສໍາຄັນ ແລະປາດຖະໜາຢາກນໍາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດພັດທະນາແບບຍືນຍົງ; ຢືນຢັນວ່າ ຊາອຸດິ ອາຣາເບຍ ສະໜັບສະໜູນຫວຽດນາມ ເພີ່ມທະວີການຮ່ວມມືກັບ GCC ແລະຈະສືບຕໍ່ຊຸກຍູ້ການເຈລະຈາເພື່ອລົງນາມ FTA ຫວຽດນາມ - GCC ໃນເວລາໄວທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ