leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ຕາງໜ້າສາຂາສະມາຄົມມິດຕະພາບ ຫວຽດນາມ - Hiroshima. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມປະທັບໃຈຕໍ່ມູນເຊື້ອວັດທະນະທຳ-ປະຫວັດສາດຂອງຍີ່ປຸ່ນ ເວົ້າລວມ ແລະ Hiroshima ເວົ້າສະເພາະ; ທ່ານຖືວ່າ Hiroshima ເປັນສັນຍາລັກແຫ່ງຈິດໃຈຕໍ່ຕ້ານສົງຄາມ, ຮັກຫອມສັນຕິພາບ; ທ່ານ ຟ້າມມິງຈິ໊ງ  ໄດ້ແບ່ງປັນຕໍ່ການສູນເສຍຂອງ Hiroshima ໃນສົງຄາມດ້ວຍຜົນຮ້າຍຢ້ອນຫຼັງອັນຍາວນານ, ພ້ອມກັນນັ້ນກໍ່ສະແດງຄວາມນິຍົມນັບຖືຕໍ່ການຟື້ນຟູຢ່າງແຂງແຮງຂອງດິນແດນແຫ່ງນີ້ພາຍຫຼັງສົງຄາມ.

ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າບັນດາສະມາຄົມມິດຕະພາບຂອງ Hiroshima ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບຍີ່ປຸ່ນ ເວົ້າລວມ ແລະກັບ Hiroshima ເວົ້າສະເພາະໃຫ້ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນຂຶ້ນກວ່າເກົ່າ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈິ໊ງ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ຍີ່ປຸ່ນ. ທ່ານ ຟ້າມມິງຈິ໊ງ  ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ຄໍາອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມາຍັງປະຊາຄົມຊາວຫວຽດນາມ ອາໄສ ຢູ່ຍີ່ປຸ່ນ; ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ພໍ່ແມ່ປະຊາຊົນສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາຂຶ້ນເລື້ອຍໆ; ຮັກສາສີສັນວັດທະນະທໍາ; ຍາມໃດກໍ່ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ.

ໂດຍ: ທູຈາງ