ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າຍູ້ແຮງການເຊື່ອມໂຍງກັບສາກົນເວົ້າລວມ ແລະການເຊື່ອມໂຍງດ້ານເສດຖະກິດກັບສາກົນເວົ້າສະເພາະຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ນັບມື້ນັບແທດຈິງ, ມີປະສິດທິຜົນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ 20 ພື້ນຖານເສດຖະກິດນຳໜ້າກ່ຽວກັບການຄ້າສາກົນ; ໄດ້ລົງນາມສັນຍາການຄ້າສອງຝ່າຍ ແລະຫຼາຍຝ່າຍປະມານ 100 ສະບັບ, ສັນຍາສົ່ງເສີມ, ປົກປ້ອງການລົງທຶນກ່ວາ 60 ສະບັບ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo-Iweal ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ WTO, ຫວຽດນາມ ມີແຜນນະໂຍບາຍເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າທີ່ບັນດາຂອບເຂດຮ່ວມມືຂອງ WTO, ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະມີການປະກອບສ່ວນທີ່ຕັ້ງໜ້າບົນຈິດໃຈກໍ່ສ້າງສໍາລັບບັນດາບັນຫາທີ່ມີຄວາມເອົາໃຈໃສ່ລວມທີ່ WTO.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກວ່າ WTO ຈະສືບຕໍ່ເສີມຂະຫຍາຍບົດບາດປະສານງານ ເພື່ອແນໃສ່ຊຸກຍູ້ການຄ້າທົ່ວໂລກຕາມທິດກວມລວມ, ດຸ່ນດ່ຽງ; ໜູນຊ່ວຍບັນດາປະເທດສະມາຊິກຍາດແຍ່ງກາລະໂອກາດຂອງທ່າອ່ຽງຫັນປ່ຽນ, ຫັນຕ່ອງໂສ້ການສະໜອງ, ການຜະລິດ, ການລົງທຶນເປັນຮູບເປັນຮ່າງ... ພິເສດແມ່ນບັນດາປະເທດພວມພັດທະນາ ແລະດ້ອຍພັດທະນາ, ສອດຄ່ອງກັບຄະຕິທຳ, ຈຸດປະສົງຂອງ WTO.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານນາງຜູ້ອຳນວຍການໃຫຍ່ ແລະ WTO ສືບຕໍ່ສະໜັບສະໜູນຊຸກຍູ້ບັນດາໂຄງການຮ່ວມມື, ໜູນຊ່ວຍດ້ານການເງິນ, ເຕັກນິກຂອງ WTO ເພື່ອແນໃສ່ຊ່ວຍຫວຽດນາມ ຍົກສູງປະສິດທິຜົນການເຊື່ອມໂຍງດ້ານເສດຖະກິດກັບສາກົນ, ສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາການເຄື່ອນໄຫວຂອງ WTO.

ທ່ານນາງ Ngozi Okonjo-Iweala ໄດ້ເຫັນດີເປັນເອກະພາບກັບທັດສະນະຂອງທ່ານນາຍົກລັດຖະມົນຕີ ໃນການປະຕິຮູບ WTO ກໍ່ຄືການເພີ່ມທະວີການຮ່ວມມືລະຫວ່າງ WTO ກັບຫວຽດນາມ; ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດກວມລວມ; ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ດ້ອຍໂອກາດ, ແມ່ຍິງ, ເດັກນ້ອຍເພື່ອບໍ່ໃຫ້ຜູ້ໃດຖືກຄ້າງໄວ້ຢູ່ທາງຫຼັງ.

ໂດຍ: ຈາງຫງວຽນ