ຫວຽດນາມ-ກູບາ ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບແບບພິເສດກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສໍານັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກໍາມະການປ້ອງກັນການປະຕິວັດກູບາ ນໍາໂດຍທ່ານ Gerardo Hernandez Nordelo, ກຳມະການສູນກາງພັກກອມມູນິດກູບາ, ກໍາມະການສະພາແຫ່ງລັດກູບາ, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະປາດຖະໜາຢາກຮັດແໜ້ນການພົວພັນສາມັກຄີ, ມິດຕະພາບແບບພິເສດກັບພັກ, ລັດ ແລະປະຊາຊົນກູບາ ອ້າຍນ້ອງກວ່າອີກ, ນໍາການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບດີງາມໃນໄລຍະໃໝ່.
ທ່ານນາງ ເຈືອງທິມາຍ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນກູບາອ້າຍນ້ອງ, ພາຍໃຕ້ການນຳພາຂອງພັກກອມມູນິດກູບາ ຈະສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ປົກປັກຮັກສາຜົນແຫ່ງການປະຕິວັດ ແລະເປົ້າໝາຍຂອງການກໍ່ສ້າງສັງຄົມນິຍົມຢູ່ ກູບາ.
    |
 |
ທ່ານນາງ ເຈືອງທິມາຍ ແລະທ່ານ Gerardo Hernandez Nordelo ທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະຄະນະກໍາມະການປ້ອງກັນການປະຕິວັດກູບາ; ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2023 – 2028 ຢ່າງມີປະສິດທິຜົນ, ປະກອບສ່ວນຮັດແໜ້ນ ແລະເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງອົງການ ແລະການພົວພັນມິດຕະພາບແບບພິເສດ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ.
ທ່ານ Gerardo Hernandez Nordelo ໄດ້ແຈ້ງໃຫ້ທ່ານນາງ ເຈືອງທິມາຍ ຮັບຊາບກ່ຽວກັບສະພາບການຢູ່ ກູບາ ໃນປະຈຸບັນ, ຈຸດສຸມແມ່ນວຽກງານຂອງຄະນະກໍາມະການປ້ອງກັນການປະຕິວັດກູບາ. ທ່ານ Gerardo Hernandez Nordelo ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນໍາໜ້າ, ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ບັຜົນງານໃຫຍ່ຫຼວງກວ່າອີກ, ນຳຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ.
ໂດຍ: ທະນາພອນ