ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ແລະທ່ານເອກອັກຄະລັດຖະທູດ ຊາອຸດິອາຣາເບຍ ຕີລາຄາສູງການສົມທົບກັນ ແລະສະໜັບສະໜູນກັນລະຫວ່າງສອງປະເທດທີ່ບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນ. ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ ຊາອຸດິອາຣາເບຍ ເພີ່ມທະວີການພົວພັນຮ່ວມມືກັບ ອາຊຽນ ກໍຄືຍູ້ແຮງການຮ່ວມມືລະຫວ່າງອາຊຽນ ແລະສະພາຮ່ວມມືເຂດອ່າວ, ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ ແລະຕາມຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ. ຊາອຸດິອາຣາເບຍ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ໃນການແກ້ໄຂບັນດາຂໍ້ຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໂລກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Mohammed Ismaeil A.Dahlwy ເອກອັກຄະລັດຖະທູດ ຊາອຸດິອາຣາເບຍ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ Mohammed Ismaeil A.Dahlwy ເຫັນດີກັບບັນດາຄໍາເຫັນຂອງທ່ານ ຟ້າມມິງຈິ໊ງ; ໃຫ້ຮູ້ວ່າ ຝ່າຍ ຊາອຸດິອາຣາເບຍ ພວມມານະພະຍາຍາມສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືລະອຽດ, ຕາມລຳດັບບຸລິມະສິດ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ; ຊຸກຍູ້ການປະຕິບັດບັນດາບົດບັນທຶກວ່າດ້ວຍການຮ່ວມມືທີ່ໄດ້ລົງນາມ ແລະດຳເນີນການເຈລະຈາ ເພື່ອເຊັນບັນດາສັນຍາ, ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດຕື່ມອີກ, ລວມມີການຮ່ວມມືໃນການພັດທະນາຂະແໜງອາຫານ Halal.

ໂດຍ: ແສງເດືອນ