ທີ່ການສົນທະນາທາງໂທລະສັບ, ການນຳສອງທ່ານສະແດງຄວາມປິຕິຊົມຊື່ນທີ່ມີໂອກາດແລກປ່ຽນໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ; ຕີລາຄາສູງການພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນສອງປະເທດໃນໄລຍະຜ່ານມາ ແລະເຫັນດີຊຸກຍູ້, ພັດທະນາ, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ; ສະເໜີມອບໜ້າທີ່ໃຫ້ອົງການກ່ຽວຂ້ອງຂອງສອງຝ່າຍແລກປ່ຽນບັນດາເນື້ອໃນລະອຽດເພື່ອສຶບຕໍ່ຊຸກຍູ້ການພົວພັນໃນໄລຍະຈະມາເຖິງ.

leftcenterrightdel
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ການສົນທະນາທາງໂທລະສັບກັບປະທານາທິບໍດີອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນສອງປະເທດແມ່ນເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ສອງປະເທດ, ໄດ້ຮັບການຊຸກຍູ້ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົມຖ້ວນ ແລະລະບອບລະບຽບການການເມືອງຂອງແຕ່ລະປະເທດ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຮ່ວມມືແບບສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະຕາມເນື້ອໃນຈິດໃຈ “ປະອະດີດຕະການໄວ້, ຜ່ານຄວາມແຕກຕ່າງກັນ, ເສີມຂະຫຍາຍຄວາມຄ້າຍຄືກັນ, ມຸ່ງໄປເຖິງອະນາຄົດ”. ທ່ານ Joe Biden ປະທານາທິບໍດີອາເມລິກາ ເຫັນດີເປັນເອກະພາບຕໍ່ບັນດາຄໍາເຫັນດັ່ງກ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວວ່າ ຫວຽດນາມ ຢຶດໝັ້ນແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ເພື່ອພັດທະນາການພົວພັນສອງປະເທດຢ່າງເລິກເຊິ່ງ, ຍຶນຍົງ ແລະແທດຈິງ  ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍົກອອກບາງທິດທາງໃຫຍ່, ເພີ່ມທະວີການພົບປະ, ແລກປ່ຽນລະຫວ່າງທຸກຂັ້ນ, ຂະແໜງການພາຍໃຕ້ບັນດາຮູບການທີ່ມີໄຫວພິບ, ໃນນັ້ນມີການຊຸກຍູ້ການພົວພັນລັດຖະບານ, ສະພາແຫ່ງຊາດ, ການພົວພັນລະຫວ່າງບັນດາພັກ ແລະປະຊາຊົນສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນໃນການເພີ່ມທະວີມິດຕະພາບ ແລະເຈລະຈາ, ປັບປຸງສັນຕິພາບ, ຊຸກຍູ້ການພັດທະນາ, ເຊີດຊູກົດໝາຍສາກົນ ແລະຮັບມືກັບບັນດາສິ່ງທ້າທາຍລວມ. ຕາມທິດນັ້ນ, ຫວຽດນາມ ຊົມເຊີຍ ອາເມລິກາ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ, ປະຈຸບັນພ້ອມກັບບັນດາຄູ່ຮ່ວມມອື່ນເຈລະຈາຂອບເສດຖະກິດມະຫາສະໝຸດອິນເດຍ-ປາຊີຟິກ ເພື່ອວັດທະນາຖາວອນ (IPEF) ຕາມທິດເປີດ, ກວມລວມ, ດຸນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ສືບຕໍ່ ສົມທົບກັບອາເມລິກາ ແລະບັນດາຄູ່ຮ່ວມມືຊຸກຍູ້ສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງ ແລະການຮ່ວມມື ເພື່ອອາເມລິກາ ຈັດຕັ້ງປີ APEC 2023 ປະສົບຜົນສໍາເລັດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ໃນນະໂຍບາຍພັດທະນາຂອງຫວຽດນາມ, ຊົມເຊີຍຄວາມມານະພະຍາຍາມຂອງປະຊາຄົມສາກົນໃນນັ້ນມີ ອາເມລິກາ ໃນບັນຫານີ້, ປາດຖະໜາຢາກໃຫ້ອາເມລິກາ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງຫວຽດນາມ.

ທ່ານ Joe Biden ຢັ້ງຢືນວ່າ ຫວຽດນາມ ແມ່ນບັນດາຄູ່ຮ່ວມມືສໍາຄັນ, ສະໜັບສະໜູນຫວຽດນາມ “ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ”, ຢັ້ງຢືນຄືນໃໝ່ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການການເມືອງຂອງຫວຽດນາມ, ເຫັນດີເປັນເອກະພາບນຳກັນວ່າ ຄວາມເຄົາລົບແມ່ນພື້ນຖານສຳຄັນຂອງການພົວພັນສອງປະເທດ.

ທ່ານ Joe Biden ແລກປ່ຽນບາງບັນຫາສາກົນ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງໂລກລະບາດ. ທ່ານປະທານາທິບໍດີອາເມລິກາ ເຫັນດີເປັນເອກະພາບຕໍ່ບັນດາທິດທາງຮ່ວມມືຄືທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກມາ, ໃນນັ້ນເນັ້ນໜັກວ່າ ການຮ່ວມມືດ້ານການຄ້າ, ພະລັງງານສະອາດ, ການຫັນປ່ຽນພະລັງງານແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ອາເມລິກາ ໃຫ້ຄຳໝັ້ນສັນຍາ ຊຸກຍູ້ສັນຕິພາບ ແລະວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ປາດຖະໜາຢາກມີການຮ່ວມມືຂອງຫວຽດນາມ ແລະບັນດາປະເທດໃນການເຈລະຈາ IPEF, ສະໜັບສະໜູນ ແລະຮ່ວມມືຊຸກຍູ້ເຂດແມ່ນໍ້າຂອງພັດທະນາສັນຕິພາບ, ຍືນຍົງ, ຢັ້ງຢືນຖືເປັນສຳຄັນບົດບາດໃຈກາງຂອງອາຊຽນ, ຂອບໃຈການປະກອບສ່ວນຂອງຫວຽດນາມ ຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດພິເສດອາເມລິກາ-ອາຊຽນ.

ໂດຍ: ແສງເດືອນ