ທີ່ການຕ້ອນຮັບ, ທ່ານ ເລກົງແທ່ງ ຕີລາຄາສູງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃນຊຸມປີຜ່ານມາ, ພິເສດແມ່ນໃນບັນດາຂົງເຂດ ຄື: ສິ່ງແວດລ້ອມ, ຊີວະນາໆພັນ, ການປ່ຽນແປງຂອງດິນຟ້າອາກາດ... ທ່ານ ເລກົງແທ່ງ ສະເໜີໃຫ້ ສ ເກົາຫຼີ ຊ່ວຍເຫຼືອຫວຽດນາມ ລະດົມແຫຼ່ງກໍາລັງໃນສັງຄົມເພື່ອກຳຈັດມົນລະພິດຢູ່ແມ່ນໍ້າບາງຕອນ; ສ້າງລະບົບພື້ນຖານຂໍ້ມູນກ່ຽວກັບຊັບພະຍາກອນນໍ້າ; ລະບົບຕິດຕາມກວດກາເວລາເປັນຈິງ... ຕອບຄໍາສະເໜີຂອງຫວຽດນາມ, ທ່ານ Kum Hang Seung ຮອງລັດຖະມົນຕີກະຊວງສິ່ງແວດລ້ອມ ສ ເກົາຫຼີ ໃຫ້ຮູ້ວ່າ ສ ເກົາຫຼີ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນກຳຈັດມົນລະພິດສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍ: ຈາງຫງວຽນ
Type the code from the image