leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ ຫວາງນິງ ເລຂາພັກແຂວງ ຢຸນນານ (ຈີນ). ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍທ່ານ ຫວາງນິງ ທີ່ມາຢ້ຽມຢາມຫວຽດນາມ ໃນສະພາບການພົວພັນລະຫວ່າງສອງພັກ, ສອງລັດ ຮັກສາທ່າພັດທະນາອັນດີງາມ ແລະມີຄວາມຄືບໜ້າແທດຈິງຫຼາຍຢ່າງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າໃນຫຼາຍດ້ານໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ໃນນັ້ນມີບັນດາໝາກຜົນເປັນໜ້າສົ່ງເສີມກ່ຽວກັບການພົບປະແລກປ່ຽນ, ການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຊາຍແດນຂອງຫວຽດນາມ ກັບແຂວງຢຸນນານ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລກປ່ຽນກັບທ່ານ ຫວາງນິງ ເລຂາພັກແຂວງຢຸນນານ (ຈີນ). ພາບ: qdnd.vn

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ ແຂວງຢຸນນານ ແລະບັນດາທ້ອງຖິ່ນຊາຍແດນຂອງຫວຽດນາມ ຈະແມ່ນຜູ້ນໍາໜ້າໃນການປະຕິບັດຄວາມຮັບຮູ້ລວມລະຫວ່າງການນໍາຂັ້ນສູງ, ສືບຕໍ່ຊາບຊຶມກ່ຽວກັບນໍ້າໃຈມິດຕະພາບ ແລະຄວາມສໍາຄັນຂອງການພົວພັນຫວຽດນາມ-ຈີນ, ຫັນຖະແຫຼງການຮ່ວມທີ່ບັນລຸໄດ້ໃນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ ຫວາງນິງ ເລຂາພັກແຂວງຢຸນນານ ກໍສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ ແລະຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ. ທ່ານ ຫວາງນິງ ຢັ້ງຢືນວ່າ ແຂວງຢຸນນານ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນຂອງຫວຽດນາມ ຊາບຊຶມ, ປະຕິບັດຄວາມຮັບຮູ້ລວມ ແລະຂໍ້ຕົກລົງສໍາຄັນລະຫວ່າງສອງສະຫາຍເລຂາທິການໃຫຍ່ ຂອງສອງພັກ, ກໍຄືຄວາມຮັບຮູ້ລວມທີ່ບັນລຸໄດ້ໃນກອງປະຊຸມລະຫວ່າງເລຂາພັກແຂວງບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ ແລະແຂວງຢຸນນານ ໃຫ້ເປັນຢ່າງດີ; ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງທຸກຂັ້ນ, ທຸກຂະແໜງການ; ຍູ້ແຮງການຮ່ວມມືແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ-ການຄ້າ, ກະສິກໍາ, ການທ່ອງທ່ຽວ;  ສົມທົບກັນຄຸ້ມຄອງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ເປັນຢ່າງດີ.

ໃນຕອນເຊົ້າວັນດຽວກັນ, ທ່ານ ເລຮວ່າຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກໍໄດ້ເຮັດວຽກກັບທ່ານ ຫວາງນິງ ເລຂາພັກແຂວງຢຸນນານ.

ໂດຍ: ໄຊຊະນະ