leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ການພົບປະເຈລະຈາ. ພາບ: ຢວານເຕີ໊ນ

ທີ່ການພົບປະເຈລະຈາ, ສອງຝ່າຍສະແດງຄວາມນັບຖືຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ທັງແມ່ນສະຫາຍທັງແມ່ນອ້າຍນ້ອງໂດຍປະທານ ໂຮ່ຈີມິນ ແລະປະທານ ເໝົາເຈີຕູງ ກໍ່ຕັ້ງ, ແມ່ນຊັບສົມບັດອັນລ້ຳຄ່າລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ຢຶດໝັ້ນຮ່ວມມືປະຕິບັດເປົ້າໝາຍ ແລະວິໄສທັດພັດທະນາຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ; ສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ທຸກຂັ້ນ ແລະການພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການຮ່ວມມືການຄ້າສອງຝ່າຍຢ່າງສົມດຸນ, ຍືນຍົງ; ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ, ໝູນໃຊ້ບັນດາກົນໄກເຈລະຈາທີ່ມີຢູ່ແລ້ວ ເພື່ອຍູ້ແຮງການຮ່ວມມືໃນທຸກຂົງເຂດ. ສອງຝ່າຍຖືວ່າ ສະພາແຫ່ງຊາດສອງປະເທດຕ້ອງຮ່ວມມືໃນທຸກຂົງເຂດ ເພື່ອຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳສອງປະເທດ, ແມ່ນຂົວເຊື່ອມຕໍ່ມິດຕະພາບຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Zhao Leji ປະທານສະພາແຫ່ງຊາດ ຈີນ ທີ່ການພົບປະເຈລະຈາ. ພາບ: ຢວານເຕີ໊ນ.

ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ພ້ອມກັນນັ້ນການນຳສອງອົງການນິຕິບັນຍັດ ກໍ່ຢັ້ງຢືນຄືນໃໝ່ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດແທດກັບຕົວຈິງ, ມີປະສິດທິຜົນ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໂດຍ: ສົມເພັດ