ນາຍົກລັດຖະມົນຕີ ຢ້ຽມຢາມ, ກວດກາບັນດາກິດຈະກຳ, ໂຄງການຢູ່ແຂວງເທື່ອທຽນ-ເຫວ້
ກປ.ອອນໄລ - ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກວດກາໂຄງການກໍ່ສ້າງຂົວຂ້າມປາກທະເລທ້ວນອານ, ນະຄອນເຫວ້. ນີ້ແມ່ນຂົວຂ້າມປາກທະເລຍາວສຸດຢູ່ພາກກາງ.
ໃນການປະຕິບັດງານຢູ່ເທື່ອທຽນ-ເຫວ້ ແລະເຂົ້າຮ່ວມວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ V, ຕອນບ່າຍວັນທີ 25 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຢ້ຽມຢາມ, ກວດກາບັນດາກິດຈະກຳ, ໂຄງການຢູ່ແຂວງເທື່ອທຽນ-ເຫວ້.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະຄະນະປະຕິບັດງານຢ້ຽມຢາມຫໍພິທີທະພັນວັດຖຸບູຮານ ພະລາຊະວັງເຫວ້. ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ກວດກາເຂດຕັ້ງຖິ່ນຖານຄົງທີ່ໂຄງການຍົກຍ້າຍຊຸມຊົນບຸກເບີກໜ້າພຽງເຂດ I ກໍາແພງນະຄອນເຫວ້. ໂຄງການໄດ້ຜັນຂະຫຍາຍ ໄລຍະ 1 ແຕ່ປີ 2019 ຮອດປີ 2022, ຈັດການຕັ້ງຖ່ິນຖານຄົງທີ່ໃຫ້ 5.080 ຄອບຄົວ. ທ່ານນາຍົກລັດຖະມົນຕີ ສະເໜີແຂວງສືບຕໍ່ລົງທຶນກໍ່ສ້າງບັນດາເຂດ, ສະຖານທີ່ຕັ້ງຖ່ິນຖານຄົງທີ່ທີ່ມີໂຄງລ່າງຄົບຊຸດ, ລວມມີ: ໄຟຟ້າ, ທາງຄົມມະນາຄົມ, ລະບາຍນໍ້າ, ໂຮງຮຽນ, ສຸກສາລາ,... ເພື່ອຮັບປະຊາຊົນມາຢູ່. ພ້ອມກັນນັ້ນ, ສ້າງວຽກເຮັດງານທໍາ ເພື່ອຮັບປະກັນໃຫ້ປະຊາຊົນມີການດໍາລົງຊີວິດ ແລະບ່ອນຢູ່ໃໝ່ດີກວ່າບ່ອນເກົ່າ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກວດກາໂຄງການສ້າງຂົວຂ້າມປາກທະເລທ້ວນອານ. ພາບ: vov.vn |
ຢ້ຽມຢາມຫໍພິພິທະພັນວັດຖຸບູຮານພະລາຊະວັງເຫວ້ ຢູ່ຫໍລອງອານ, ໃນເຂດປູຊະນີຍະສະຖານເມືອງເກົ່າເຫວ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປະຈຸບັນ ຫໍພິພິທະພັນກໍາລັງນຳໃຊ້ເຂດປູຊະນີຍະສະຖານເພື່ອວາງສະແດງແຕ່ຍັງບໍ່ທັນມີບ່ອນວາງສະແດງສະເພາະ. ສະນັ້ນ, ສະເໜີແຂວງເທື່ອທຽນ-ເຫວ້ ສົມທົບກັບກະຊວງວັດທະນະທໍາ-ກິລາ ແລະທ່ອງທ່ຽວ ສ້າງໂຄງການກໍ່ສ້າງຫໍພິພິທະພັນຢູ່ບ່ອນອື່ນ, ເພື່ອຮັບປະກັນຮູບເດີມໃຫ້ເຂດປູຊະນີຍະສະຖານເມືອງເກົ່າເຫວ້.
ທ່ານນາຍົກລັດຖະມົນຕີ ກໍ່ກວດກາໂຄງການກໍ່ສ້າງຂົວຂ້າມປາກທະເລທ້ວນອານ, ນະຄອນເຫວ້. ນີ້ກໍ່ແມ່ນຂົວຂ້າມປາກທະເລຍາວສຸດຢູ່ພາກກາງ ທີ່ໄດ້ຮັບການລົງມືກໍ່ສ້າງແຕ່ເດືອນ ມີນາ 2022, ຄາດຄະເນຈະກໍ່ສ້າງສໍາເລັດໃນປີ 2025, ເຊື່ອມຕໍ່ກັບເສັ້ນທາງບົກແຄມທະເລແຫ່ງຊາດ.
ໂດຍ: ໄຊນີດາ