ກ່າວຄໍາເຫັນທີ່ພິທີ, ທ່ານ ຟານຊວນຢຸ້ງ ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໃຫ້ຮູ້ວ່າ ໃນຕະຫຼອດປະຫວັດສາດຂອງຊາດ, ຖັນແຖວປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຂອງການປະຕິວັດຫວຽດນາມ ຍາມໃດກໍ່ໄປຕາມພັກ, ຕາມລຸງໂຮ່ ທີ່ແສນຮັກ, ສູ້ຊົນຢ່າງຕໍ່ເນື່ອງ ແລະມີຫຼາຍການອຸທິດສ່ວນເພື່ອພາລະກິດປົດປ່ອຍ ກໍ່ຄືສ້າງສາປະເທດຊາດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະຜູ້ແທນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ໂດຍແມ່ນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ເຕົ້າໂຮມຖັນແຖວປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຢູ່ພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍ. ວຽກງານໃຫ້ຄໍາປຶກສາ, ຕີລາຄາຄຸນະພາບ ແລະກວດກາສັງຄົມແມ່ນເນື້ອໃນພື້ນຖານຂອງການເຄື່ອນໄຫວສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ, ແມ່ນຊ່ອງທາງສໍາຄັນຂອງພັກ, ລັດ, ສະພາແຫ່ງຊາດໃນການເອົາຄວາມເຫັນເພື່ອຕົກລົງບັນດາບັນຫາສໍາຄັນຂອງປະເທດ, ຂອງຊາດ.

ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ໃນທຸກສະໄໝ, ຢູ່ທຸກປະເທດ, ຖັນແຖວປັນຍາຊົນຍາມໃດກໍ່ແມ່ນກໍາລັງສໍາຄັນຊຸກຍູ້ການພັດທະນາຂອງສັງຄົມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ, ປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຄວນສືບຕໍ່ເປັນເຈົ້າການ ແລະປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະລັດກ່ຽວກັບການພັດທະນາວິທະຍາສາດເຕັກນິກ, ສ້າງສາປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງກວ່າອີກ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ປະຕິບັດໜ້າທີ່ໃຫ້ຄໍາປຶກສາ, ຕີລາຄາໃນວິວັດການກໍ່ສ້າງ, ປັບປຸງກົນໄກ, ນະໂຍບາຍ, ບັນດາເອກະສານດ້ານກົດໝາຍໃຫ້ສົມບູນແບບ ດ້ວຍມາດຕະຖານຢ່າງລະອຽດ, ດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ, ເກື້ອກູນ ແລະເຊີດຊູປັນຍາຊົນໃຫ້ເປັນຢ່າງດີກວ່າອີກ, ເພື່ອແນໃສ່ສ້າງຖັນແຖວປັນຍາຊົນຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັບປະກັນປະລິມານ ແລະຄຸນນະພາບຢ່າງຄົບຖ້ວນ, ມີກົນໄກທີ່ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມໃນໄລຍະເຊື່ອມໂຍງ.

ເນື່ອງໃນໂອກາດນີ້, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ປະກາດຂໍ້ຕົກລົງມອບນາມມະຍົດແຂ່ງຂັນ, ຮູບການຍ້ອງຍໍຂັ້ນລັດທີ່ມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນ ແລະບັນດາຮູບການເຊີດຊູ, ສັນລະເສີນ, ສະແດງຄວາມຮູ້ບຸນຄຸນພະນັກງານ, ນັກວິທະຍາສາດທີ່ມີການປະກອບຫຼາຍຢ່າງໃຫ້ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ.

ໂດຍ: ຈາງຫງວຽນ