ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງຄວາມສະດວກໃຫ້ບັນດາວິສາຫະກິດອາເມລິກາ
ກປ.ອອນໄລ - ຕອນບ່າຍວັນທີ 23 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດຂັ້ນສູງຂອງສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
ທ່ານ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນເສດຖະກິດ-ການຄ້າ ພວມແມ່ນເສົາຄ້ຳສຳຄັນດ້ວຍວົງເງິນການຄ້າສອງຝ່າຍປີ 2022 ບັນລຸຕົວເລກສະຖິຕິ 123 ຕື້ໂດລາສະຫະລັດ. ທ່ານປະທານສະພາແຫ່ງຊາດ ສະເໜີຄະນະວິສາຫະກິດຂັ້ນສູງຂອງ USABC ໄດ້ດໍາເນີນການແລກປ່ຽນ, ສະເໜີກັບສະພາແຫ່ງຊາດ, ລັດຖະບານຫວຽດນາມ ເປັນປະຈຳກ່ຽວກັບນະໂຍບາຍເພື່ອໃຫ້ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊົມເຊີຍການເຈລະຈານະໂຍບາຍຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ.
    |
 |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ການພົບປະ. ພາບ: ຢວານເຕີ໊ນ. |
ທ່ານປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ ຄະນະວິສາຫະກິດຂັ້ນສູງຂອງ USABC ສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ການຮ່ວມມືລົງທຶນໃນບັນດາຂົງເຂດ, ຄື: ເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດສ້າງ, ເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພະລັງງານສະອາດ, ເຕັກໂນໂລຢີສະອາດທີ່ມີມູນຄ່າເພີ່ມ ແລະລັກສະນະແກ່ງແຍ້ງສູງ.
* ຕອນບ່າຍວັນດຽວກັນ, ທ່ານ ເຈິ່ນຕ໊ວນແອັງ, ກໍາມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຕ້ອນຮັບຄະນະວິສາຫະກິດຂັ້ນສູງຂອງ USABC.
ໂດຍ: ແສງເດືອນ