ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດຄວນຍູ້ແຮງວຽກງານຖະແຫຼງຂ່າວການຕ່າງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ມີການພົບປະສັງສັນກັບຄະນະຫົວໜ້າບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ອາຍຸການ 2023-2026.
ທີ່ການພົບປະສັງສັນ, ທ່ານ ຫງວຽນຈ້ອງເຫງ້ຍ ຢັ້ງຢືນວ່າ ບັນດາອົງການຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດມີບົດບາດສໍາຄັນ, ເປັນກໍາລັງນໍາໜ້າໃນການເຮັດວຽກງານຖະແຫຼງຂ່າວການຕ່າງປະເທດຢູ່ບໍລິເວນພາຍນອກປະເທດ, ເປັນຊ່ອງໄວທີ່ສຸດ, ມີປະສິດທິຜົນທີ່ສຸດເພື່ອສື່ສານຂໍ້ມູນຂ່າວຢູ່ພາຍໃນປະເທດໃຫ້ເພື່ອນມິດສາກົນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: qdnd.vn |
ໃນສະພາບການໂລກ, ພາກພື້ນຜັນແປຢ່າງສັບສົນ ແລະຄວາມຮຽກຮ້ອງຕ້ອງການໜ້າທີ່ກ່ຽວກັບວຽກງານແນວຄິດ, ໂຄສະນາ, ຖະແຫຼງຂ່າວການຕ່າງປະເທດໃນສະພາບການໃໝ່, ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີໃຫ້ບັນດາສະຫາຍເອກອັກຄະລັດຖະທູດຜູ້ໃໝ່, ຫົວໜ້າສະຖານກົງສູນໃຫຍ່ສຸມໃສ່ປະຕິບັດບາງໜ້າທີ່ໃຈກາງໃຫ້ເປັນຢ່າງດີ, ຄື: ຊາບຊຶມທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ລັດກ່ຽວກັບການພົວພັນຕ່າງປະເທດ ແລະຖະແຫຼງຂ່າວການຕ່າງປະເທດຢ່າງເລິກເຊິ່ງ; ເປັນເຈົ້າການສະໜອງຂໍ້ມູນຂ່າວສານ, ສະເໜີການເປັນເສນາທິການກ່ຽວກັບແຜນນະໂຍບາຍ, ນະໂຍບາຍການພົວພັນຕ່າງປະເທດ, ຖະແຫຼງຂ່າວການຕ່າງປະເທດ...
ບັນດາສະຫາຍຫົວໜ້າອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດສະແດງຄວາມສະເທືອນໃຈເມື່ອການນໍາຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດພົບປະ, ຊີ້ນໍາ, ມອບໜ້າທີ່; ຢັ້ງຢືນຄວາມຕັດສິນໃຈປະຕິບັດບັນດາໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ຈາງຫງວຽນ