ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ-ກຳປູເຈຍ ແມ່ນຈຸດພົ້ນເດັ່ນ
ກປ.ອອນໄລ - ຕອນເຊົ້າວັນວັນທີ 21 ມີນາ, ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ ໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 20 ຄະນະກຳມະການປະສົມຫວຽດນາມ-ກຳປູເຈຍ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກ. ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍການນຳ ແລະພະນັກງານຂອງຫຼາຍກະຊວງ, ຂະແໜງການຂອງສອງປະເທດ.
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາອັນດີງາມຂອງການພົວພັນສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນການສົມທົບກັນຈັດຕັ້ງການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກຳປູເຈຍ (CPP) ໃນເດືອນກຸມພາ ຜ່ານມາ ກໍ່ຄືຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດ “ປີິມິດຕະພາບຫວຽດນາມ-ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022”. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ນັບກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນໃນການຮ່ວມມືສອງປະເທດໃນສອງສາມປີມໍ່ໆມານີ້.
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນ ກຳປູເຈຍ. ພາບ: ສຳນັກຂ່າວສານຫວຽດນາມ. |
* ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້, ຜັນຂະຫຍາຍບັນດາການຢ້ຽມຢາມຂັ້ນສູງເປັນຢ່າງດີ; ສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ; ປະຕິບັດບັນດາຖະແຫຼງການຮ່ວມ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ ແລະສອງລັດຖະບານ; ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ... ສຳລັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີເປັນເອກະພາບຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ຮັບປະກັນຄວາມເສລີ, ຄວາມປອດໄພໃນການເດີນເຮືອ, ການບິນ; ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສູ້ຊົນສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ ແລະເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
* ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການພົບປະກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນ ກຳປູເຈຍ. ສອງຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້, ຜັນຂະຫຍາຍການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະບັນດາບັນຫາທີ່ຕ່າງຝ່າຍມີຄວາມສົນໃຈໃຫ້ມີປະສິດທິຜົນ.
ໂດຍ: ແສງເດືອນ