ປັບປຸງ ແລະພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມຫວຽດນາມ-ກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 21 ມີນາ, ຢູ່ສໍານັກງານປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກໍາປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 20 ຄະນະກຳມະການປະສົມຫວຽດນາມ-ກຳປູເຈຍ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກ.
ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງມີປະສິດທິຜົນຂອງການພົວພັນຮ່ວມມືຫວຽດນາມ-ກຳປູເຈຍ ໃນໄລຍະຜ່ານມາ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນນ້ຳໃຈອັນດີງາມ, ການແບ່ງປັນ ແລະການຊ່ວຍເຫຼືອອັນລ້ຳຄ່າເຊິ່ງອະດີດພະບາດສົມເດັດມະນຽດ ໂນໂຣດົມສິຫະນຸກ, ພະບາດສົມເດັດມະນຽດ ໂນໂຣດົມ ສິຫະໂມນີ, ບັນດາການນໍາ ແລະປະຊາຊົນ ກຳປູເຈຍ ອ້າຍນ້ອງໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ. ທ່ານ ຫວໍວັນເຖືຶອງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບກຳປູເຈຍ.
ທ່ານ Prak Sokhonn ຢັ້ງຢືນວ່າ ກໍາປູເຈຍ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນກິດຈະການພັດທະນາເສດຖະກິດ-ສັງຄົມ.
    |
 |
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພ້ອມກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ ທີ່ການຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ |
ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົບປະຂັ້ນສູງ ແລະທຸກຂັ້ນຍັງໄດ້ຮັບການຮັກສາໄວ້, ບັນດາກົນໄກຮ່ວມມືສຳຄັນໄດ້ຮັບການເອົາໃຈໃສ່ຜັນຂະຫຍາຍ, ວົງເງິນການຄ້າສອງຝ່າຍເຕີບໂຕຢ່າງແຮງ. ບັນດາການເຄື່ອນໄຫວສະເຫຼີມສະຫຼອງ “ປີມິດຕະພາບຫວຽດນາມ-ກຳປູເຈຍ, ກໍາປູເຈຍ-ຫວຽດນາມ 2022” ໄດ້ປະກອບສ່ວນຊ່ວຍປະຊາຊົນທຸກຊັ້ນວັນນະຂອງສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການຮັກສາ ແລະເພີ່ມພູນຄູນສ້າງການພົວພັນສອງປະເທດ.
ໂດຍ: ແສງເດືອນ