ທີ່ການຕ້ອນຮັບ, ທ່ານ ບຸ່ຍແທງເຊີນ ໄດ້ຊົມເຊີຍທ່ານ Tan Yang Thai ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດມາເລເຊຍ ປະຈຳຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (30-3-1973 / 30-3-2023) .

ທ່ານລັດຖະມົນຕີ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດຈະແມ່ນຂົວຕໍ່ສຳຄັນ ເພື່ອຊຸກຍູ້ການສົມທົບກັນລະຫວ່າງສອງກະຊວງການຕ່າງປະເທດ ແລະລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງ ສອງປະເທດ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ພັດທະນານັບມື້ນັບເລິກເຊິ່ງ ກວ້າງຂວາງ ແລະມີປະສິດທິຜົນ.

ທ່ານລັດຖະມົນຕີ ຖືວ່າ: ການຮ່ວມມືລະຫວ່າງສອງປະເທດໃນຊຸມປີຜ່ານມາບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນທຸກຂົງເຂດ, ພິເສດແມ່ນການຄ້າ ແລະການລົງທຶນ. ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະເອົາໃຈໃສ່ ແລະ ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ກົນໄກຮ່ວມມືສອງຝ່າຍ, ພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn

ກ່ຽວກັບດ້ານການຄ້າ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຄ້າຕາມທິດດຸນດ່ຽງກວ່າ ຜ່ານການຈຳກັດການນຳໃຊ້ບັນດາຮົ້ວກີດຂວາງດ້ານການຄ້າ ແລະສ້າງເງື່ອນໄຂສະດວກໃຫ້ສິນຄ້າ ແລະການບໍລິການຂອງຫວຽດນາມ, ໃນນັ້ນມີບັນດາຜະລິດຕະພັນ Halal ເຂົ້າເຖິງຕະຫຼາດມາເລເຊຍ…

ທ່ານເອກອັກຄະລັດຖະທູດ Tan Yang Thai ເນັ້ນໜັກວ່າ ຈະມານະພະຍາຍາມສູງສຸດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ,... ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ ແລະແທດຈິງ.

ທ່ານເອກອັກຄະລັດຖະທູດ ກໍ່ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງສອງປະເທດເພື່ອຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະແທດຈິງ ແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ມາເລເຊຍ - ຫວຽດນາມ ໃນປີ 2023.

ໂດຍ: ທະນາພອນ