leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ຕີລາຄາສູງຕໍ່ການເລືອກເອົາຫົວຂໍ້ວຽກງານປີ 2023 ແລະຫົວຂໍ້ເດືອນຊາວໜຸ່ມ ຕິດພັນກັບ “ການຫັນເປັນດີຈີຕອນ” ຂອງສູນກາງຊາວໜຸ່ມ. ທ່ານປະທານສະພາແຫ່ງຊາດ ຖືວ່າ: ໃນກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດ ທີ່ດຳເນີນໃນເດືອນທັນວາ ປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: “ຊາວໜຸ່ມ ຕ້ອງນຳໜ້າໃນການອອກແຮງງານ, ທຳການຜະລິດ, ປະດິດຄິດສ້າງ, ປະຕິບັດແຜນນະໂຍບາຍຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ; ພັດທະນາເສດຖະກິດດີຈີຕອນບົນພື້ນຖານວິທະຍາສາດ ແລະເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ”. ນີ້ກໍແມ່ນໜຶ່ງໃນບັນດາຫົວຂໍ້ ເຊິ່ງ ຄະນະຮັບຜິດຊອບວຽກງານພັກສະພາແຫ່ງຊາດ ແລະບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ຄະນະເລຂາສະຫະພັນລັດຖະສະພາສາກົນ (IPU) ເລືອກເຟັ້ນ ເພື່ອຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢູ່ ຫວຽດນາມ.

leftcenterrightdel
ປະທານສະພາແຫ່ງຊາດ ໂອ້ລົມກັບບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ສະເໜີ “ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງ, ບົດບາດ ແລະ ພາລະກຳຂອງຕົນ, ຍົກສູງຄວາມຮັບຜິດຊອບ, ພະຍາຍາມຊູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອຍົກສູງລະດັບຄວາມຮູ້, ຄຸນສົມບັດປະຕິວັດ ຢ່າງບໍ່ຢຸດຢັ້ງ, ປຸກລຸກຄວາມຄາດຫວັງໃນໝູ່ຊາວໜຸ່ມ ເພື່ອປະຕິບັດພາລະກຳປະຫວັດສາດ, ນຳໜ້າໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ເພີ່ມທະວີການສຶກສາຄົນຮຸ່ນໜຸ່ມ ກ່ຽວກັບແນວຄິດປະຕິວັດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳ, ຍົກສູງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ພິເສດແມ່ນລໍ່ລ້ຽງຄວາມໄຝ່ຝັນສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຜາສຸກ ແລະ ຮັບຮູ້ພາລະກຳ, ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ.”

ໂດຍ: ກວຽດເຕິມ