ເນື້ອໃນສານອວຍພອນ ມີຕອນຂຽນວ່າ:

“ໃນຕະຫຼອດໄລຍະ 68 ປີຜ່ານມາ, ພິເສດແມ່ນພາຍຫຼັງ 36 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດ ລາວ, ປະຊາຊົນ ລາວ ອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍນາໆປະການ, ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ, ຍົກສູງຖານະບົດບາດ ແລະອິດທິພົນຊື່ສຽງຂອງພັກ ປະຊາຊົນ ປະຕິວັດ ລາວ ແລະປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ເວທີສາກົນ. ບັນດາຜົນງານນັ້ນແມ່ນຄວາມປິຕິຊົມຊື່ນລວມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວກເຮົາ.

leftcenterrightdel
ພາບປະກອບ: Dangcongsan.vn

ພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ ແລະຮອບດ້ານ ແລະເຊື່ອໝັ້ນຢ່າງແນ່ວແນ່ວ່າ ການສືບທອດມູນເຊື້ອຂອງຄົນຮຸ່ນກ່ອນ ແລະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດ ລາວ, ປະຊາຊົນ ລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດ ລາວ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ທີ່ວາງອອກ ຢ່າງມີໄຊ; ກໍ່ສ້າງ ປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ ໃຫ້ສຳເລັດ.

ພັກ, ລັດ ແລະປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນທີ່ສຸດເມື່ອເຫັນວ່າໄປພ້ອມກັບບັນດາຜົນງານຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໂດຍ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ໃນບັນດາຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ ຢູ່ແຕ່ລະປະເທດ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍເຄົາລົບນັບຖື ແລະຈົດຈໍາການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະມີປະສິດທິຜົນ ເຊິ່ງ ພັກ, ລັດ ແລະປະຊາຊົນ ລາວ ອ້າຍນ້ອງ ໄດ້ສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະຜ່ານມາ.

ພວກຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະປະຊາຊົນ ລາວ ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຝາກຊໍ່ດອກໄມ້ໄປອວຍພອນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ທ່ານນາງ ເຈືອງທິມາຍ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຝາກຊໍ່ດອກໄມ້ໄປອວຍພອນທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດ ລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ. ທ່ານ ເລຮວ່າຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ ເຊັ່ນດຽວກັນ.

ໂດຍ: ໄຊຊະນະ