ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການປະຕິບັດເປົ້າໝາຍເຕີບໂຕສີຂຽວ”, ວາລະປະຊຸມຂັ້ນສູງຂອງເວທີປາໄສວິສາຫະກິດຫວຽດນາມ ປີ 2023 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການເຕີບໂຕສີຂຽວ, ບົດບາດຄວາມຮັບຜິດຊອບຂອງວິສາຫະກິດຕໍ່ກັບການພັດທະນາແບບຍືນຍົງ ແລະຍົກສູງຄວາມສາມາດໃນການແກ່ງແຍ້ງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມຂັ້ນສູງຂອງເວທີປາໄສວິສາຫະກິດຫວຽດນາມ ປະຈໍາປີ 2023. ພາບ: ເຍີດບັ໊ກ

ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸກລະກິດສືບຕໍ່ໄດ້ຮັບການປັບປຸງ, ການພັດທະນາວິສາຫະກິດຈະເລີນກ້າວໜ້າຂຶ້ນ, ໄດ້ມີວິສາຫະກິດກວ່າ 208.300 ແຫ່ງເຂົ້າຮ່ວມ ແລະເຂົ້າຮ່ວມຕະຫຼາດຄືນໃໝ່, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການທ່ອງທ່ຽວ, ການບໍລິການພັດທະນາຟົດຟື້ນຄືນໃໝ່, ໂດຍສະເພາະແມ່ນພາຍຫຼັງພະຍາດໄດ້ຮັບການຄວບຄຸມ, ເພີ່ມຂຶ້ນ 19,8%. ຫຼາຍໂຄງການພື້ນຖານໂຄງລ່າງສໍາຄັນ, ໂດຍສະເພາະແມ່ນຄົມມະນາຄົມ, ພະລັງງານໄດ້ຮັບການຍູ້ໄວຄວາມຄືບໜ້າ.

leftcenterrightdel
ທ່ານ ຫງວຽນຈິ້ຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ກ່າວຄໍາເຫັນໄຂວາລະປະຊຸມ. ພາບ: ເຍີດບັ໊ກ

ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ ຫງວຽນຈິ້ຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເນັ້ນໜັກວ່າ: “ຟື້ນຟູ ແລະພັດທະນາເສດຖະກິດຕາມທິດເຕີບໂຕສີຂຽວ, ຍືນຍົງຄືໃນປະຈຸບັນພວມແມ່ນບຸລິມະສິດແຖວໜ້າ ແລະແມ່ນເປົ້າໝາຍເຊິ່ງແຕ່ລະປະເທດພວມມຸ່ງໄປເຖິງ. ເປົ້າໝາຍລວມແມ່ນເພື່ອບັນລຸໄດ້ຄວາມຈະເລີນຮຸ່ງເຮືອງກ່ຽວກັບເສດຖະກິດ, ຍືນຍົງກ່ຽວກັບສະພາບແວດລ້ອມ ແລະຄວາມຍຸຕິທໍາທາງສັງຄົມ; ມຸ່ງໄປເຖິງພື້ນຖານເສດຖະກິດສີຂຽວ, ຈາວກາກບອນ ແລະປະກອບສ່ວນເຂົ້າເປົ້າໝາຍຈໍາກັດການເພີ່ມອຸນຫະພູມທົ່ວໂລກ. ສຳລັບຫວຽດນາມ, ການເຕີບໂຕສີຂຽວບໍ່ພຽງແມ່ນການຄັດເລືອກຈຳເປັນຢ່າງເດັດຂາດເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອກາຍເປັນປະເທດນໍາໜ້າໃນພາກພື້ນ, ນຳທັນທ່າອ່ຽງພັດທະນາຂອງໂລກ”.

ໂດຍ: ໄຊນີດາ