ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Andrew Goledzinowski ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດ; ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບຂອງ ສປຊ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ, ພ້ອມກັນນັ້ນເພີ່ມທະວີການຮ່ວມມືດ້ານກໍ່ສ້າງຊັບພະຍາກອນມະນຸດ, ການປ່ຽນແປງຂອງດິນຟ້າອາກາດ ແລະການນຳໃຊ້ພະລັງງານທົດແທນ. ດ້ວຍບັນດາໂຄງການລົງທຶນຂອງ ອົດສະຕາລີ ຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Andrew Goledzinowski ປາດຖະໜາວ່າ ຈະໄດ້ຮັບການໜູນຊ່ວຍ ແລະການຮ່ວມມືຢ່າງແໜ້ນແຟ້ນຈາກບັນດາຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຜັນຂະຫຍາຍຢ່າງສະດວກ ແລະມີປະສິດທິຜົນ. 

leftcenterrightdel
ທ່ານ ຫວໍວັນເຖືອງ  ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເຫັນດີຕໍ່ທັດສະນະເພີ່ມທະວີການຮ່ວມມືຂອງທ່ານເອກອັກຄະລັດຖະທູດ Andrew Goledzinowski, ທ່ານປະທານປະເທດ ຫວໍວັນເຖືອງ  ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ. ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແຮງເຂົ້າສູ່ລ່ວງເລິກ, ແທດຈິງດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ. ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດທີ່ຍັງຫຼາຍຢູ່ນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ  ປາດຖະໜາຢາກເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ແຕ່ລະປະເທດມີທ່າແຮງ ຄື: ການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ກະສິກຳ, ການທ່ອງທ່ຽວ... ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ...

ໂດຍ: ທະນາພອນ