ນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຕ້ອນຮັບລັດຖະມົນຕີການຕ່າງປະເທດໂປໂລຍ
ກປ.ອອນໄລ - ຕອນເຊົ້າວັນທີ 16 ມີນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມີງຈີ໊ງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Zbigniew Rau, ລັດຖະມົນຕີການຕ່າງປະເທດ ໂປໂລຍ ເນື່ອງໃນໂອກາດທ່ານມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 16-17 ມີນາ.
    |
 |
ທ່ານ ຟ້າມມີງຈີ໊ງ, ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Zbigniew Rau, ລັດຖະມົນຕີການຕ່າງປະເທດໂປໂລຍ. ພາບ: ເຢືອງຢາງ |
ທີ່ການຕ້ອນຮັບ, ທ່ານ ຟ້າມມີງຈີ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ໃນໄລຍະຜ່ານມາເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງສອງປະເທດ ຍັງສືບຕໍ່ຮັກສາການເຕີບໂຕຢ່າງແຮງ, ວົງເງິນການຄ້າສອງສົ້ນປີ 2021 ແລະ 2022 ລ້ວນແຕ່ຢູ່ລະດັບສູງ, ບັນລຸກວ່າ 2,5 ຕື້ໂດລາສະຫະລັດ. ທ່ານ ຟ້າມມີງຈີ໊ງ ສະເໜີໃຫ້ຝ່າຍໂປໂລຍ ສ້າງຄວາມສະດວກໃຫ້ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດໂປໂລຍ ໃຫ້ຫຼາຍກວ່າອີກ; ສົ່ງເສີມບັນດາວິສາຫະກິດໂປໂລຍ ຍູ້ແຮງການລົງທຶນເຂົ້າຂົງເຂດການຢາ, ການປຸງແຕ່ງທັນຍາຫານ, ອຸດສາຫະກໍາປະດິດສ້າງ...
ເນື່ອງໃນໂອກາດນີ້, ທ່ານ ຟ້າມມີງຈີ໊ງ ສະເໜີຝ່າຍໂປໂລຍ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ ເພື່ອສ້າງຄວາມສະດວກໃຫ້ແກ່ການຮ່ວມມືລົງທຶນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຊຸກຍູ້ຄະນະກໍາມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສໍາລັບສິນໃນນໍ້າຂອງຫວຽດນາມໂດຍໄວ, ຕອບສະໜອງຜົນປະໂຫຍດຂອງຜູ້ຊົມໃຊ້ ຢູ່ໂປໂລຍ ແລະອີຢູ ກໍ່ຄືຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ຊາວຜູ້ອອກແຮງງານໃນຂະແໜງຫາປາຢູ່ຫວຽດນາມ.
    |
 |
ທ່ານ ຟ້າມມີງຈີ໊ງ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານ Zbigniew Rau, ລັດຖະມົນຕີການຕ່າງປະເທດໂປໂລຍ. ພາບ: ເຢືອງຢາງ |
ທ່ານ ຟ້າມມີງຈີ໊ງ ກໍ່ໄດ້ແລກປ່ຽນກັບທ່ານ Zbigniew Rau ກ່ຽວກັບບາງມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທໍາ-ການທ່ອງທ່ຽວ, ກະສິກໍາ, ວິທະຍາສາດ-ເຕັກໂນໂລຢີ...
ທ່ານ Zbigniew Rau ໃຫ້ຄໍາໝັ້ນສັນຍາວ່າ ຈະຊຸກຍູ້ບັນດາກະຊວງ, ຂະແໜງການຂອງໂປໂລຍ ສົມທົບກັບຝ່າຍຫວຽດນາມ ເພື່ອແນໃສ່ຫັນບັນດາຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເປັນລະອຽດ, ປະກອບສ່ວນນໍາການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ; ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືໃນຂົງເຂດ ເຊິ່ງຝ່າຍໂປໂລຍ ມີທ່າແຮງ ຄື ເຕັກໂນໂລຢີຂໍ້ມູນຂ່າວສານ, ນະຄອນອັດສະລິຍະ, ເຕັກໂນໂລຢີສີຂຽວ, ປົກປັກຮັກສາສິ່ງແວດລ້ອມ...
ໂດຍ: ທູຈາງ