ຕ້ອນຮັບຄະນະ, ຝ່າຍໜັງສືພິມກອງທັບປະຊາຊົນມີສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການ; ບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າບັນດາພະແນກຂອງໜັງສືພິມກອງທັບປະຊາຊົນ.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ຕາງໜ້າຄະນະພັກ, ຄະນະບັນນາທິການ ພ້ອມດ້ວຍຖັນແຖວນັກຂ່າວ, ນັກບັນນາທິການ, ພະນັກງານ, ນັກຮົບໜັງສືພິມກອງທັບປະຊາຊົນຫວຽດນາມ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ສະແດງຄວາມປິຕິຊົມຊື່ນຍິນດີຕ້ອນຮັບຄະນະພະນັກງານລາວ ແລະຊົມເຊີຍຄະນະ ມີການປະຕິບັດງານສໍາເລັດຜົນຢ່າງຈົບງາມຢູ່ຫວຽດນາມ; ພ້ອມກັນນ້ັນ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ສະເໜີໂດຍຫຍໍ້ກ່ຽວກັບການກຳເນີດ, ພັດທະນາ ແລະການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມກອງທັບປະຊາຊົນ ໃນເວລາກວ່າ 70 ປີຜ່ານມາ.

ຕໍ່ໜ້າທ່າອ່ຽງພັດທະນາຢ່າງແຮງຂອງສື່ມວນຊົນທັນສະໄໝ, ຕາມແຜນການວາງແຜນຜັງຂອງລັດຖະບານ, ໜັງສືພິມກອງທັບປະຊາຊົນໄດ້ກາຍເປັນໜຶ່ງໃນ 6 ອົງການສື່ມວນຊົນຕາມຮູບແບບຫຼາຍຂະແໜງ, ກໍານົດທິດຫາງສຽງສັງຄົມ ດ້ວຍສື່ສິ່ງພິມຕ່າງໆ: ໜັງສືພິມລາຍວັນ, ໜັງສືພິມລາຍອາທິດ, ໜັງສືພິມລາຍເດືອນ, “ເຫດການ ແລະພະຍານຫຼັກຖານ”, ວາລະສານ “ຕາໜ່າງຂ່າວຂອງເພື່ອນຮ່ວມງານ”; ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ດ້ວຍ 5 ພາສາຄື: ຫວຽດນາມ, ອັງກິດ, ຈີນ, ລາວ ແລະ ຂະແມ; ລາຍການວິດີໂອ-ເອົາດີໂອ. ໃນປີ 2023 ແລະຊຸມປີຕໍ່ໄປ, ໜັງສືພິມກອງທັບປະຊາຊົນ ຈະພັດທະນາພາສາຣັດເຊຍ ຕື່ມອີກ ແລະເປີດອົງການຕາງໜ້າປະຈໍາຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ໃນໄລຍະ 2031-2045, ສະເໜີໃຫ້ຈັດນັກຂ່າວ, ອົງການຕາງໜ້າຂອງໜັງສືພິມກອງທັບປະຊາຊົນຢູ່ບາງປະເທດ ແລະບໍລິເວນທີ່ສຳຄັນ, ສອດຄ່ອງກັບກົດລະບຽບຂອງລັດຖະບານ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ບຸນເລື່ອມ ສຸວັນຄໍາ ໄດ້ສະແດງຄວາມຂອບອົກຂອບໃຈໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສ້າງເງື່ອນໄຂສະດວກໃຫ້ຄະນະ  ໄດ້ຊອກຮູ້ ແລະແລກປ່ຽນວຽກງານສື່ມວນຊົນ; ພ້ອມກັນນັ້ນ, ຢືນຢັນວ່າ ຜ່ານການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ການແບ່ງປັນ ແລະແລກປ່ຽນວຽກງານສື່ມວນຊົນສອງປະເທດ ແລະມາດຕະການຊຸກຍູ້ການຮ່ວມມືວຽກງານສື່ມວນຊົນໃນຊຸມປີຕໍ່ໄປ.

leftcenterrightdel
ສະຫາຍ ບຸນເລື່ອມ ສຸວັນຄໍາ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະທ່ອງທ່ຽວລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn
leftcenterrightdel
ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ສະມາຊິກໃນຄະນະ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສະຫາຍ ບຸນເລື່ອມ ສຸວັນຄໍາ ສະເໜີໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະບັນດາອົງການສື່ມວນຊົນຂອງລາວ ຄວນເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງ ແລະບຳລຸງສ້າງນັກຂ່າວ, ນັກບັນນາທິການ, ແບ່ງປັນຂໍ້ມູນຂ່າວສານ ແລະແລກປ່ຽນວິຊາສະເພາະ ເພື່ອປະຕິບັດໜ້າທີ່ໂຄສະນາຂອງອົງການສື່ມວນຊົນສອງປະເທດໃຫ້ດີກວ່າອີກ, ເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທະນາພອນ