ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ
ກປ.ອອນໄລ - ວັນທີ 4 ມີນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Samdech Krolahom Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກໍາປູເຈຍ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ອົງການທີ່ກ່ຽວຂ້ອງຂອງກະຊວງພາຍໃນກໍາປູເຈຍ ແລະກະຊວງຕໍາຫຼວດຫວຽດນາມ ສືບຕໍ່ເພີ່ມທະວີການຕໍ່ສູ້ກັບຄະດີລວມສະເພາະສໍາລັບອາດຊະຍາກໍາປະເພດຕ່າງໆ, ໂດຍສະເພາະແມ່ນອາດຊະຍາກໍາຂ້າມຊາດ, ຄື: ອາດຊະຍາກໍາທາງອາຍາ, ຢາເສບຕິດ, ການຄ້າມະນຸດ...
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານ Samdech Krolahom Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມມິງຈີ໊ງ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ແລະບັນດາການນໍາ ກໍາປູເຈຍ ຈະສືບຕໍ່ເອົາໃຈໃສ່, ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຂອງກໍາປູເຈຍ ມີມາດຕະການທີ່ສອດຄ່ອງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຄົມຄົນເຊື້ອສາຍຫວຽດນາມ. ໃນນັ້ນມີການຊຸກຍູ້ການຖືສັນຊາດຂະແມ ໃຫ້ແກ່ຄົນເຊື້ອສາຍຫວຽດນາມ ຕາມແຜນນະໂຍບາຍທີ່ການນໍາຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຄົນເຊື້ອສາຍຫວຽດນາມ ກວ່າອີກ, ໂດຍສະເພາະແມ່ນເດັກນ້ອຍທີ່ເກີດ ແລະເຕີບໃຫຍ່ຢູ່ກໍາປູເຈຍ ໄດ້ຮຽນພາສາ, ວັດທະນະທໍາຂະແມ ເພື່ອດໍາລົງຊີວິດເປັນປົກກະຕິ, ເຊື່ອມໂຍງ ແລະປະກອບສ່ວນຕັ້ງໜ້າເຂົ້າໃນສັງຄົມກໍາປູເຈຍ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ Samdech Krolahom Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານ Samdech Krolahom Sar Kheng ຢັ້ງຢືນວ່າ ກໍາປູເຈຍ ຍາມໃດກໍຈົດຈໍາການສະໜັບສະໜູນອັນລໍ້າຄ່າຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ກໍາປູເຈຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະພາລະກິດສ້າງສາ, ພັດທະນາປະເທດໃນປັດຈຸບັນ; ເຊື່ອໝັ້ນວ່າດ້ວຍອາລົມຈິດຄວາມຮັກແພງຢ່າງຈິງໃຈ, ຄວາມສາມັກຄີ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນ, ແນ່ນອນວ່າ ສອງປະເທດຈະເສີມຂະຫຍາຍການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ຮ່ວມກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ ເນັ້ນໜັກວ່າ ສອງປະເທດ ຕ້ອງເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ຮ່ວມກັນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງ. ສອງຝ່າຍເຫັນດີສະໜັບສະໜູນເຊິ່ງກັນແລະກັນໃນເວທີຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນກ່ຽວກັບທະເລຕາເວັນອອກ, ເຊີດຊູກົດໝາຍສາກົນ; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ໂດຍ: ໄຊຊະນະ