ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີອອກຄຳສັ່ງເຄື່ອນພົນທຳການຜະລິດຕົ້ນປີຢູ່ ເຕິນກາງ ກາດລາຍ
ຕອນຄ່ຳວັນທີ 29 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີອອກຄຳສັ່ງເຄື່ອນພົນທຳການຜະລິດຍາມຕົ້ນປີຂອງ ທ່າກໍາປັ່ນ ເຕິນກາງ ກາດລາຍ ຂຶ້ນກັບບໍລິສັດໃຫຍ່ ເຕິນກາງ ໄຊ່ງ່ອນ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄໍາເຫັນທີ່ພິທີອອກຄຳສັ່ງ. |
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາຕູ້ຄອນເທນເນີບັນທຸກສິນຄ້າສົ່ງອອກໃນຕົ້ນລະດູບານໃໝ່ປີເຖາະ 2023 ນີ້ ໄດ້ເຈືອຈານເຂົ້າໃນຄວາມຫວັງ, ຄວາມເຊື່ອໝັ້ນຕໍ່ການເຄື່ອນໄຫວສົ່ງອອກທີ່ຄຶກຄື້ນ, ປະສົບຜົນສຳເລັດຂອງທັງປີ, ດ້ວຍວົງເງິນການເຕີບໂຕຢ່າງແຮງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີນີ້, ສະພາບການເສດຖະກິດໂລກ ກໍຄື ຢູ່ພາຍໃນປະເທດ ຍັງມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ໃນນັ້ນ ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຈະຫຼາຍກວ່າເກົ່າ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີ. |
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະບັນດາຜູ້ແທນ ກົດປຸ່ມອອກຄຳສັ່ງ. |
ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງມີຄວາມເຊື່ອໝັ້ນວ່າຈະປະຕິບັດສຳເລັດຫຼາຍເປົ້າໝາຍພັດທະນາເສດຖະກິດ, ສັງຄົມ: ຮັກສາສະພາບການເສດຖະກິດມະຫາພາກທີ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຊຸກຍູ້ການເຕີບໂຕ ແລະຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ທ່ານ ເຊື່ອໝັ້ນວ່າ ປີນີ້ ຈະສືບຕໍ່ເປັນປີບັນລຸຜົນສຳເລັດສຳລັບບໍລິສັດໃຫຍ່ ເຕິນກາງໄຊງ່ອນ ດ້ວຍຜົນງານທີ່ພົ້ນເດັ່ນ ແລະບັນລຸຫຼາຍຂີດໝາຍເຕີບໂຕໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນ “ກຸ່ມບໍລິສັດເສດຖະກິດ - ປ້ອງກັນຊາດແຖວໜ້າຂອງຫວຽດນາມ ໃນຂົງເຂດເສດຖະກິດທະເລ ແລະການບໍລິການ logistics; ເປັນເຄື່ອງໝາຍການຄ້າທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄຸນນະພາບໃນທົ່ວໂລກ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ