ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະປະຕິບັດງານໄດ້ກວດກາວຽກງານກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນປີໃໝ່ພະນັກງານ, ພາລະກອນທີ່ພວມກໍ່ສ້າງຢູ່ສະຖານທີ່ກໍ່ສ້າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມກ່ຽວກັບໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຈົ້າຂອງໂຄງການສົມທົບກັນຍູ້ໄວຂັ້ນຕອນການກໍ່ສ້າງນັບແຕ່ວຽກງານກະກຽມການລົງທຶນ, ອອກແບບ, ປະມູນ, ບຸກເບີກໜ້າພຽງ, ລົງມືກໍ່ສ້າງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເຈົ້າຂອງໂຄງການຕ້ອງສ້າງແຜນການຂອງລາຍການ, ໜ້າວຽກ, ໄລຍະເວລາຢ່າງລະອຽດ; ພ້ອມທັງ ຕິດຕາມກວດກາ, ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດ. ອຳນາດການປົກຄອງທ້ອງຖິ່ນ ຕ້ອງສຸມໃສ່ແກ້ໄຂການບຸກເບີກໜ້າພຽງ; ຍູ້ໄວຄວາມຄືບໜ້າ, ຮັບປະກັນຄຸນນະພາບຂອງ ໂຄງການ, ຕ້ານປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ໃນນັ້ນບໍ່ຕັດແບ່ງຊອງປະມູນ. 

ພາຍຫຼັງການລົງກວດກາຕົວຈິງ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄະນະຄຸ້ມຄອງໂຄງການ, ບັນດານັກປະມູນ... ກ່ຽວກັບສະພາບການຜັນຂະຫຍາຍໂຄງການທ່າອາກາດສະຍານສາກົນ ລອງແທັ່ງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ທ່າອາກາດສະຍານສາກົນ ລອງແທັ່ງ ແມ່ນໂຄງການຈຸດສຸມແຫ່ງຊາດ ທີ່ພັກ, ລັດ ໄດ້ເອົາໃຈໃສ່ຊີ້ນຳກໍ່ສ້າງ ແລະແມ່ນຄວາມຄອງຄອຍຂອງປະຊາຊົນ. ເພາະສະນັ້ນ, ບັນດາກະຊວງ, ອົງການ, ທ້ອງຖິ່ນ ຕ້ອງກຳນົດຄວາມຮັບຜິດຊອບຂອງຕົນໃຫ້ດີໃນການປະຕິບັດໂຄງການສຳຄັນ, ມີຄວາມໝາຍນີ້.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ໄດ້ແບ່ງຄວາມຮັບຜິດຊອບ, ມອບໝາຍໜ້າທີ່ໃຫ້ສະຫາຍຮອງນາຍົກລັດຖະມົນຕີ ຊີ້ນຳໂດຍກົງ; ຮຽກຮ້ອງໃຫ້ສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານ ໂດຍ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນຫົວໜ້າ, ສະມາຊິກແມ່ນບັນດາລັດຖະມົນຕີ, ຫົວໜ້າອົງການ, ທ້ອງຖິ່ນກ່ຽວຂ້ອງເຂົ້າຮ່ວມ ເພື່ອຊີ້ນຳ, ກະຕຸກຊຸກຍູ້, ກວດກາວຽກງານກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ.

ໂດຍ: ແສງເດືອນ