ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ເພື່ອຫັນເປົ້າໝາຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກໃຫ້ປະກົດຜົນເປັນຈິງ, ທ່ານ ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານແຜນຝັງເຄືອຂ່າຍທາງລົດໄຟໄລຍະ 2021-2030, ວິໄສທັດຮອດປີ 2050, ໃນນັ້ນກໍານົດເປົ້າໝາຍຮອດປີ 2030 ຕ້ອງປັບປຸງຍົກລະດັບເພື່ອຂຸດຄົ້ນບັນດາເສັ້ນທາງລົດໄຟທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມທັງສ້າງບາງເສັ້ນທາງລົດໄຟຢູ່ແລວສຳຄັນ, ທາງລົດໄຟເຊື່ອມຕໍ່ທ່າກໍາປັ່ນທະເລ, ທ່າອາກາດສະຍານສາກົນ, ເຊື່ອມຕໍ່ບັນດາເຂດເສດຖະກິດ, ເຂດອຸດສາຫະກໍາ... ແລະເຊື່ອມຕໍ່ກັບສາກົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບຄະນະຜູ້ແທນເຂົ້າຮ່ວມພິທີ. ພາບ: chinhphu.vn

ກ່ຽວກັບໂຄງການຍົກລະດັບເສັ້ນທາງລົດໄຟຍາຈາງ-ໄຊງ່ອນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກະຊວງຄົມມະນາຄົມ ແລະຂົນສົ່ງ ຕ້ອງສຸມໃສ່ຊີ້ນໍາຢ່າງຂ້ຽວຂາດ, ຮຽກຮ້ອງນັກລົງທຶນ, ໃຫ້ຄຳປຶກສາຕິດຕາມກວດກາ ແລະບັນດາຜູ້ຮັບເໝົາເສີມຂະຫຍາຍຄວາມຮັບຜິດຊອບສູງສຸດ, ສ້າງແຜນການ, ວິທີການກໍ່ສ້າງຢ່າງມີວິທະຍາສາດ, ລະອຽດ, ສອດຄ່ອງ, ຮັບປະກັນປະສິດທິຜົນ, ຄຸນນະພາບການກໍ່ສ້າງ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດ, ຮັບປະກັນສຸຂະອະນາໄມສິ່ງແວດລ້ອມ.

ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນໍາເພື່ອປະຕິບັດວຽກງານກະກຽມການລົງທຶນໂຄງການລົດໄຟດ່ວນເໜືອ-ໃຕ້ ໃຫ້ສຳເລັດໂດຍໄວ, ສູ້ຊົນລົງມືກໍ່ສ້າງໄລຍະກາງ 2026-2030; ພ້ອມທັງ ຄົ້ນຄວ້າພັດທະນາບັນດາເສັ້ນທາງລົດໄຟເຊື່ອມຕໍ່ເຂດເສດຖະກິດຈຸດສຸມ, ເຊື່ອມຕໍ່ທ່າກໍາປັ່ນ, ທ່າອາກາດສະຍານສາກົນ, ຄື: ນະຄອນໂຮ່ຈີມິນ-ເກິ່ນເທິ, ບຽນຮວ່າ-ຫວູງເຕົ່າ, ທູທຽມ-ລອງແທ່ງ, ຮ່າໂນ້ຍ-ຫາຍຝ່ອງ.

ໂດຍ: ໄຊນີດາ