ທີ່ການຢ້ຽມຢາມ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ, ໂດຍແມ່ນກຳລັງຕຳຫຼວດໃນບໍລິເວນເຂດຕົວເມືອງໃຫຍ່ກວ່າໝູ່ໃນທົ່ວປະເທດ, ບັນດາພະນັກງານຕຳຫຼວດນະຄອນໂຮ່ຈີມິນ ຕ້ອງມານະພະຍາຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ. ທ່ານ ຫວໍວັນເຖືອງ ອວຍພອນໃຫ້ພະນັກງານຕະຫຼວດນະຄອນທຸກຄົນ ປີໃໝ່ຈົ່ງປະຕິບັດສຳເລັດໜ້າທີ່ການເມືອງ, ສ້າງຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນໃຫ້ແກ່ການພັດທະນາຂອງນະຄອນໂຮ່ຈີມິນ, ຄວາມສະຫງົບສຸກ ໃຫ້ປະຊາຊົນເວົ້າສະເພາະ ແລະການພັດທະນາ, ຄວາມສະຫງົບຂອງປະເທດຊາດເວົ້າລວມ.

leftcenterrightdel
ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມກັບຄະນະປະຕິບັດງານ ໄປຢ້ຽມຢາມ, ອວຍພອນບຸນເຕັດກຳລັງຕຳຫຼວດນະຄອນໂຮ່ຈີມິນ. ພາບ: vov.vn

ຕອນຄ່ຳວັນທີ 21 ທັງກອນ, ກົງກັບຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີເຖາະ 2023, ຢູ່ແຂວງ ເລິມດົ່ງ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນບຸນເຕັດ ໃຫ້ກຳມະກອນຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂຶ້ນກັບບໍລິສັດຫຸ້ນສ່ວນບໍລິການຕົວເມືອງ ດ່າລາດ. ເນື່ອງໃນໂອກາດຕ້ອນຮັບບຸນເຕັດປະຈຳຊາດ, ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງພະນັກງານ, ກຳມະກອນທຸກຖ້ວນໜ້າ ແລະ ມອບຂອງຂວັນບຸນເຕັດ 50 ພູດ ຂອງສະຫະພັນໃຫຍ່ແຮງງານຫວຽດນາມ ມອບໃຫ້ຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂອງບໍລິສັດຫຸ້ນສ່ວນການບໍລິການຕົວເມືອງ ດ່າລາດ.

ແຫຼ່ງຄັດຈາກ: vovworld.vn