ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນປີໃໝ່ການນຳ, ອະດີດການນຳພັກ, ລັດ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ
ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີເຖາະ 2023, ຕອນເຊົ້າວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການຕ້ອນຮັບ, ອວຍພອນປີໃໝ່ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະ ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທຸກຖ້ວນໜ້າ.
    |
 |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານການຕ້ອນຮັບ ແລະອວຍພອນປີໃໝ່. ພາບ: VOV |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຫວຽດນາມ ຫາກໍ່ຜ່ານພົ້ນປີຂານ 2022 ດ້ວຍຫຼາຍເຫດການສຳຄັນ, ມີຊີວິດຊີວາ ແລະຫຼາຍຮູບຫຼາຍແບບ. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະບັນລຸໄດ້ໝາກຜົນ, ຜົນງານສຳຄັນຫຼາຍຢ່າງ ແລະຮອບດ້ານພໍສົມຄວນ. ພົ້ນເດັ່ນແມ່ນຂົງເຂດເສດຖະກິດເຕີບໂຕກວ່າ 8%; ສະຫວັດດີການສັງຄົມໄດ້ຮັບປະກັນ ແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລ ແລະປັບປຸງຢ່າງເຫັນໄດ້ຊັດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
“ໜ້າທີ່ຈຸດສຸມໃນສະເພາະໜ້າແມ່ນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການຜະລິດ, ດຳເນີນທຸລະກິດ; ເອົາໃຈໃສ່ໜູນຊ່ວຍປະຊາຊົນ ເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ. ໃນໄລຍະຈະມາເຖິງ, ສະເໜີໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພີ່ມທະວີຄວາມສາມັກຄີໃຫ້ຫຼາຍກວ່າອີກ, ມີຄວາມຕັດສິນໃຈສູງກວ່າອີກ; ຮ່ວມແຮງຮ່ວມໃຈສ້າງສາປະເທດ ໃຫ້ນັບມື້ນັບຈະເລີນ, ຮຸ່ງເຮືອງ, ສີວິໄລ ແລະຜາສຸກ.”
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນໃຫ້ພາລະກິດປະຕິວັດຂອງປະຊາຊົນ ບັນລຸໄດ້ໄຊຊະນະໃໝ່, ໃຫຍ່ກວ່າອີກ; ປີ 2023 ໄດ້ຮັບໄຊຊະນະໃຫຍ່ກວ່າ, ພັດທະນາໄວກວ່າ ແລະຍື່ນຍົງກວ່າ ປີ 2022.
ແລະກໍ່ໃນຕອນບ່າຍວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢື້ຢາມຖາມຂ່າວ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນ ຮ່າໂນ້ຍ ໃນໂອກາດຕ້ອນຮັບບຸນເຕັດປີເຖາະ 2023 ແລະ ຂ່ຳນັບຮັບຕ້ອນ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2023).
ແຫຼ່ງຄັດຈາກ vovworld.vn