ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະໜິດຕິດພັນ”
ກປ.ອອນໄລ - ຕອນເຊົ້າວັນທີ 15 ມັງກອນ, ຢູ່ແຂວງນາມດິ້ງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະໜິດຕິດພັນ” ພ້ອມກັບສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ແລະປະຊາຊົນແຂວງນາມດິ້ງ.
ກ່າວຄຳເຫັນຕໍ່ກຳມະກອນ, ຜູ້ອອກແຮງງານ, ປະຊາຊົນແຂວງນາມດິ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ແຈ້ງໃຫ້ຊາບໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໃນປີ 2022 ກໍ່ຄືພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່.
    |
 |
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະໜິດຕິດພັນ”. ພາບ: qdnd.vn |
ຕາມນັ້ນແລ້ວ, ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ຂອບຂະໜາດພື້ນຖານເສດຖະກິດຫວຽດນາມ ບັນລຸມູນຄ່າ 409 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 100 ເທົ່າ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 4.110 ໂດລາສະຫະລັດ, ເພີ່ມຂຶ້ນທົບ 440 ເທົ່າ. ຜົນສຳເລັດລວມດັ່ງກ່າວມີການປະກອບສ່ວນຢ່າງຕັ້ງໜ້າຂອງອຳນາດການປົກຄອງ, ວິສາຫະກິດ, ປະຊາຊົນ, ຜູ້ອອກແຮງງານແຂວງນາມດິ້ງ. ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ໃສ່ໃຈການນໍາແຂວງນາມດິ້ງ ຈັດຕັ້ງໃຫ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈໍາຊາດປີເຖາະ ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ, ປອດໄພ, ປອດໃສ, ປະຢັດມັດທະຍັດ; ພິເສດແມ່ນເປົ້າໝາຍນະໂຍບາຍ: ຄົນທຸກຍາກ, ຜູ້ດ້ອຍໂອກາດ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພື່ອໃຫ້ທຸກຄົນ, ທຸກຄອບຄົວ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ.
ທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບຂອງຂວັນບຸນເຕັດໃຫ້ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ, ຄອບຄົວປະສົບກັບຄວາມຫຍຸ້ງຍາກແຂວງນາມດິ້ງ ລວມ 200 ຄົນ.
ໂດຍ: ທະນາພອນ