ຕາງໜ້າການນໍາພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສົ່ງຄໍາອວຍພອນບຸນປີໃໝ່ອັນດີງາມທີ່ສຸດ ມາຍັງການນໍາຫຼັກແຫຼ່ງ, ອົງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງລາວກາຍ; ພ້ອມທັງຮັບຮູ້, ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະໝາກຜົນສໍາຄັນ ເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງລາວກາຍ ບັນລຸໄດ້ໃນປີ 2022.

leftcenterrightdel
ທ່ານ ເວືອງດິ່ງເຫວ້, ປະທານສະພາແຫ່ງຊາດຫວຽດນາມ ອວຍພອນບຸນປີໃໝ່ ອົງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງລາວກາຍ. ພາບ: ຢຸຍລີງ.

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ແຂວງລາວກາຍ ສືບຕໍ່ຊາບຊຶມ ແລະຜັນຂະຫຍາຍປະຕິບັດມະຕິຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ ແລະຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດພູດອຍທາງພາກເໜືອ ຮອດປີ 2030, ວິໄສທັດຮອດປີ 2045. ແຂວງລາວກາຍ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະທີ່ຕັ້ງສໍາຄັນພິເສດ ທັງດ້ານເສດຖະກິດ-ສັງຄົມ ແລະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຂວງ ໃຫ້ເປັນຢ່າງດີ. ແຂວງແມ່ນຂົວຕໍ່ ແລະແມ່ນສະຖານທີ່ເຊື່ອມຕໍ່ທາງດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະອາຊຽນ, ລະຫວ່າງຫວຽດນາມ ແລະຈີນ. ທ່ານ ເວືອງດິ່ງເຫວ້ ໄດ້ເຈາະຈີ້ມໃຫ້ແຂວງລາວກາຍ ຄົ້ນຄວ້າ, ສ້າງແຜນຮ່າງເສີມຂະຫຍາຍຄຸນຄ່າ, ຄວາມສາມາດບົ່ມຊ້ອນຂອງແຂວງ ໃນຂົງເຂດເສດຖະກິດດ່ານຊາຍແດນ ແລະເຂດຊາຍແດນ. ພ້ອມກັນນັ້ນ, ທາງແຂວງ ຄວນກວດກາຄືນນະໂຍບາຍພັດທະນາອຸດສາຫະກໍາ, ປະຕິບັດວຽກງານຮັກສາ ແລະພັດທະນາປ່າໃຫ້ເປັນຢ່າງດີ; ຮັກສາ ແລະກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ໃນຕໍ່ໜ້າ, ແຂວງລາວກາຍ ຄວນສຸມໃສ່ປະຕິບັດວຽກງານກະກຽມ ແລະເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນ, ຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີເຖາະ 2023 ໃຫ້ມີຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ປອດໃສ, ປະຢັດມັດທະຍັດ, ປອດໄພ; ເອົາໃຈໃສ່ເບິ່ງແຍງດູແລເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄົນທຸກຍາກ, ຊົນເຜົ່າສ່ວນໜ້ອຍ ໃຫ້ເປັນຢ່າງດີ.

ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ, ລະດົມກໍາລັງໃຈ, ອວຍພອນບຸນປີໃໝ່ ຕໍາຫຼວດແຂວງລາວກາຍ.

ໂດຍ: ທູຈາງ